ນະຄອນຫຼວງວຽງຈັນ: 1624 ລາຍງານ ເຫດລົດໃຫຍ່ຕຳກັບລົດຈັກ ເຂດບ້ານວຽງຈະເລີນໃນວັນທີ 07/07/2020 ເວລາ 06:15 ນາທີ (ຕອນເຊົ້າ)

ສະມາຄົມອາສາກູ້ໄພນະຄອນຫຼວງ 1614 ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີອຸບັດຕິເຫດລົດໃຫຍ່ຕຳກັບລົດຈັກ ຢູ່ບ້ານ ວຽງຈະເລີນ ເມືອງ ໄຊເສດຖາ ແຂວງ ນະຄອນຫຼວງວຽງຈັນ

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ)ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບເປັນ 01 ຄົນ ເປັນເພດຍິງ.

ອາການເບື້ອງຕົ້ນແມ່ນ : ຂາຂວາຜິດຮູບ, ກະທົບບ່າໄລ່ເບື້ອງຊ້າຍ, ມີບາດແຜຢູ່ໃບໜ້າ ແລະ ເລືອດອອກຫູ. ອາສາກູ້ໄພຈື່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງໝໍມິດຕະພາບ 150 ຕຽງ ເພື່ອໄປປີ່ນປົວ.

ສ່ວນສາເຫດຂອງອຸບັດຕິເຫດ ເຈົ້າໜ້າທີ່ ຈະດໍາເນີນ ການກວດສອບຕາມຂັ້ນຕອນກົດໝາຍ.

ຂໍໃຫ້ທຸກທ່ານມີສະຕິໃນການຂັບຂີ່ ແລະ ປະຕິບັດກົດຈາລະຈອນຢ່າງເຄັ່ງຄັດ.

.

ອຸປະຕິເຫດສຸກເສີນໂທ : 🚑 1624 🚑

ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ

  • ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
  • ອຸປະກອນການແພດຕ່າງໆ
    ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ຕິດຕໍ່ສອບຖາມ:020 2244 1624

Leave a Reply

Your email address will not be published. Required fields are marked *