ຕອນເຊົ້າ 07 ກໍລະກົດ 2020 ນີ້, ຢູ່ທີ່ດ່ານສາກົນປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຫ້ອງການປະສານງານຊາຍແດນ ດ່ານສາກົນປາກຊັນ ແຂວງບໍລິຄຳໄຊ ສປປ ລາວ,


ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນມາ ບຸຈະເລີນ ຮອງເລຂາພັກແຂວງ-ຮອງເຈົ້າແຂວງບໍລິຄຳໄຊ ທັງເປັນປະທານສະພາບໍລິຫານກອງທຶນ, ມີທ່ານ ພັນເອກ ອານຸເດດ ຄຸນຄຳ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ, ທ່ານ ແສງເດືອນ ພົມມະວົງສາ ຜູ້ຮັບຜິດຊອບໂຄງການຄຸ້ມຄອງຊາຍແດນ ຕາງໜ້າຈາກອົງການສະຫະປະຊາຊາດ


ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ ປະຈໍາ ສປປ ລາວ, ມີຜູ້ຕາງໜ້າກົມໃຫ່ຍຕໍາຫຼວດ, ມີຫົວໜ້າກອງບັນຊາການ ປກຊ-ປກສ ແຂວງ, ບັນດາຫ້ອງ, ກອງ, ປກສ ເມືອງ, ພະແນກການອ້ອມຂ້າງ, ຕະຫຼອດຮອດພະນັກງານພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

