ວັນທີ 3 ກໍລະກົດ ປີ 2020 ນີ້ຫ້ອງການສາທາລະນະສຸກເມືອງໂພນທອງ ແຂວງຫຼວງພະບາງ ໄດ້ລົງເຜີຍແຜ່ວິທີປ້ອງກັນ, ວຽກງານຕ້ານການລະບາດຂອງພະຍາດໄຂ້ຍຸງລາຍ ແລະ ໄຂ້ເລືອດອອກພ້ອມທັງທຳລາຍແຫຼ່ງເພາະພັນໄຂ່ຍຸງລາຍ.

ໂດຍການນຳພາຂອງ ທ່ານ ສົງກາ ສັນທະວົງ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ ໃນປະຈຸບັນ ການແພ່ລະບາດຂອງພະຍາດໄຂ້ຍຸງລາຍ-ເລືອກອອກ ໄດ້ກວມພື້ນທີີ່ໃນຫຼາຍແຂວງ, ຫຼາຍເມືອງ ໂດຍສະເພາະເຂດຊຸມຊົນ ເຖີງວ່າພາກສ່ວນກ່ຽວຂ້ອງຈະສຸມໃສ່ຊຸກຫຍູ້ໃຫ້ປະຊາຊົນມີສ່ວນຮ່ວມຢ່າງເປັນເຈົ້າການ, ສົມທົບກັບພາກສວນທີກ່ຽວຂ້ອງ ແກ້ໄຂບັນຫາການແພ່ລະບາດຂອງເຊື້ອພະຍາດໄຂ້ເລືອກອອກ ຫຼື ໄຂ້ຍຸງລາຍ ຢ່າງຕຕັ້ງໜ້າ ແຕ່ສະພາບການລະບາດ ຍັງເກີດຂື້ນຍ້ອນປະຊາຊົນຈຳນວນໜື່ງ ຍັງຂາດຄວາມເປັນເຈົ້າການ

ເພື່ອສືບຕໍ່ຕ້ານການແພ່ລະບາດຂອງພະຍາດ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງໂພນທອງ ໄດ້ເນັ້ນໜັກໃຫ້ປະຊາຊົນທຸກຄົນ ໃນເມືອງໂພນທອງພ້ອມກັນເອົາໃຂໃສ່ ຮັກສາສຸຂະພາບຂອງຕົນ ແລະລູກຫລານເປັນຕົ້ນຕໍ ດ້ວຍຍການມີສ່ວນຮ່ວມທຳລາຍແຫຼ່ງເພາະພັນຂອງຍຸງລາຍ ຫຼື ໜອນນໍ້າ, ເພື່ອບໍ່ໃຫ້ເປັນພາຫະນຳເຊື້ອພະຍາດ ໄປແພ່ຂະຍາຍ, ໃນນັ້ນ ໃຫ້ເອົາໃຈໃສ່ ປະຕິບັດຫຼັກການ 5ປ ຄື: ປິດ ຝາຊະນະທີ່ເກັບນ້ຳໃນເຮືອນຫຼືນອກເຮືອນເພື່ອບໍ່ໃຫ້ຍຸງໄຂ່ໃສ່, ປ່ຽນນ້ຳ ແລະຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖານຮອງຈອກນ້ຳ, ປ່ອຍປາຫາງນົກຍຸງເພື່ອກີນໜອນນ້ຳ, ປັບປຸງບໍໃຫ້ມີນ້ຳຂັງ ກະໂປະ, ກະປ່ອງ, ຮາງລີນ, ຢາງຕີນລົດເກົ່າ ແລະປະຕິບັດເປັນປະຈຳທຸກໆອາທິດ. ຈາກນັ້ນ ໄດ້ພົ່ນຢາຂ້າຍຸງຕົວແກ່ໃນເຂດຊຸມຊົນຕື່ມອີກ.

ສໍາລັບການແພ່ລະບາດຂອງພະຍາດໄຂ້ຍຸງລາຍ ຫລືໄຂ້ເລືອດອອກຢູ່ເມືອງໂພນທອງ ນັບແຕ່ ເດືອນມັງກອນ ເຖີງເດືອນ ມິຖຸນາ ປີນີ້ ມີຜູ້ຕິດເຊື້ອທັງຫມົດ 3 ຄົນ, ຍີງ 1 ຄົນ, ແລະຍັງອາດຈະມີຄວາມສ່ຽງຕໍ່ ການແພ່ລະບາດຂອງພະຍາດໄຂ້ຍຸງລາຍ-ເລືອດອອກ ຕື່ມອີກ ຫາກທຸກພາກສ່ວນບໍ່ເປັນເຈົ້າການຮ່ວມກັນສະກັດກັ້ນ.

ຂ່າວ: ສົມເພັດ ມີໄຊກອນ ນັກຂ່າວເມືອງງໂພນທອງ