ນະຄອນຫຼວງວຽງຈັນ: ຕາມລາຍງານເບື້ອງຕົ້ນຂອງກອງບັນຊາການ ປກສ ເມືອງສີໂຄດຕະບອງ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 05 ກໍລະກົດ 2020 ເວລາ 18:00 ໂມງ ເປັນມື້ເຂົ້າພັນສາ ໄດ້ມີສະພາບກຸ່ມໄວລຸ້ນ ເກີດອາລະວາດຍົກທິມຕີກັນຢູ່ຕາດວັງນ້ຳເຜິ້ງ (ເຊີ່ງເປັນສະຖານທີ່ທ່ອງທ່ຽວ) ຢູ່ບ້ານຈຳປາ ເມືອງສີໂຄດຕະບອງ ແຂວງນະຄອນຫຼວງວຽງຈັນ.
ຕາມເຫດການເບື້ອງຕົ້ນ ກຸ່ມໄວລຸ້ນໄດ້ຍົກມີມຕີກັນ ຝ່າຍລະປະມານ 10 ປາຍຄົນ ຫາ 20 ຄົນ ອຸປະກອນທີ່ໃຊ້ອາລະວາດຕີກັນ ສ່ວນໃຫຍ່ເປັນໄມ້ຄ້ອນ, ແກ້ວເບຍ ຈຳນວນຄົນໄປທ່ຽວແມ່ນຫຼວງຫລາຍ ພາຍຫລັງພວກກ່ຽວກໍ່ອາລະວາດຕີກັນແລ້ວ ໄດ້ຮີບດ່ວນລົບຫນີຈາກສະຖານທີ່ດັ່ງກ່າວ ຜົນເສຍຫາຍຕາມຂໍ້ມູນເບື້ອງຕົ້ນ ຈຳນວນຫນື່ງໄດ້ຮັບບາດເຈັບຫົວແຕກ ແຕ່ຍັງບໍ່ສາມາດຮູ້ໄດ້ເຈັບຊ່ຳໃດ ພາຫະນະລົດຈັກຈຳນວນຫນື່ງເປ່ເພ.
ຜ່ານການເກັບກຳຂໍ້ມູນໃນເບື້ອງຕົ້ນ ສາມາດຮູ້ໄດ້ວ່າ ຜູ້ຢູ່ໃນເຫດການຖືກບາດເຈັບມີຄື:
- ທ້າວ ສົມພອນ ອາຍຸ 49 ປີ ຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ
- ທ້າວ ເກີດມີ ອາຍຸ 40 ປີ ຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ
- ທ້າວ ເຢ້ ອາຍຸ 30 ປີ ຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ
- ທ້າວ ພຸດໄຊ ອາຍຸ 30 ປີ ຢູ່ບ້ານສີໄຄທ່າ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ
ຈຳນວນ 04 ຄົນ ພວກກ່ຽວອ້າງວ່າ ໃນເວລາໄວລຸ້ນຕີກັນ ໄດ້ເຂົ້າໄປຫ້າມ ແລະ ກໍ່ຖືກເຂົາຫວ່ານຂີ້ຊາຍເຂົ້າຕາແລ້ວຖືກຫຸ້ມຕີ ຕໍ່ເຫດການດັ່ງກ່າວ ເຈົ້າຫນ້າທີ່ ປກສ ເມືອງສີໂຄດຕະບອງ ຍັງສືບຕໍ່ຈັດຕັ້ງກຳລັງສືບສວນ-ສອບສວນຂະຫຍາຍຜົນ ຫາກຸ່ມແກ້ງພັກພວກ ທີ່ກໍ່ເຫດອາລະວາດຕີກັນໃນວັນດັ່ງກ່າວ ຜົນຄືບຫນ້າແນວໃດຈະລາຍງານຕື່ມຕາາພາຍຫຼັງ.

ຂ່າວກ່ອນໜ້ານີ້
ນະຄອນຫຼວງວຽງຈັນ: ຈາກເຫດການອາລະວາດ ຕີກັນ ທີ່ຕາດວັງນໍ້າເຜິ້ງ ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ໃນວັນທີ່ 5 ກໍລະກົດ 2020 ຜ່ານມາ.

ເຫດດັ່ງກ່າວ ແມ່ນກຸ່ມໄວລຸ້ນ ຕີກັບ ກຸ່ມລົດບິກໄບ້ຊອບເປີ. ເຮັດໃຫ້ມີຜູ່ບາດເຈັບຫຼາຍຄົນ ແລະ ລົດຈັກບິກໄບຊອບເປີໄດ້ຮັບຄວາມເສຍຫາຍ. ເຊິ່ງ 1 ໃນຜູ່ບາດເຈັບ ແມ່ນອາການສາຫັດ ໂດຍມີອາການ ຕາແຕກ ອັກເສບຮຸນແຮງ ແລະ ກະດູກຫົວແຕກ.

ເຊິ່ງທາງເຈົ້າໜ້າທີ່ ກອງຫຼອນບ້ານ ໄດ້ເຂົ້າມາຫ້າມແລະຄວບຄຸມສະຖານະການ.
ປະຊາຊົນໃນເຫດການໃຫ້ຂໍ້ມູນວ່າ: ເຫດການເກີດຂຶ້ນແລະວຸ້ນວາຍ ໃນການຍົກແກ໋ງຕີກັນຄັ້ງນີ້, ແລະ ຍັງມີການນໍາໃຊ້ອາວຸດປືນ.

ສ່ວນທາງຄອບຄົວ ຜູ່ບາດເຈັບສາຫັດ ແມ່ນຈະດໍາເນີນຄະດີກັບກຸ້ມແກ໋ງທີ່ລົງມືກໍ່ເຫດໃນຄັ້ງນີ້ ຕາມຂັ້ນຕອນຂອງກົດໝາຍ.
ຄລິບຕອນເກີດເຫດ