ຫຼວງພະບາງ: ປະຊາຊົນຈັດພິທີ ຍ້າຍປ່າຊ້າໄປບ້ານໃໝ່ ຫຼັງຈາກເຂື່ອນນໍ້າອູ 3 ຈະດໍາເນີນການຜະລິດ ກະແສໄຟຟ້າ

ກ່ອນວັນເຂົ້າພັນສາ ປະຊາຊົນບ້ານຫາດສາ (ເກົ່າ) ໄດ້ຈັດພິທີຍ້າຍ ປ່າຊ້າ ເຊີນດວງວິນຍານຂອງບັນພະບຸລຸດຈາກໝູ່ບ້ານເກົ່າ ໄປຢູ່ປ່າຊ້າແຫ່ງໃໝ່ ຕາມຄວາມເຊື່ອຂອງຊາວບ້ານ

ເນື່ອງຈາກອີກບໍ່ດົນ ປ່າຊ້າເກົ່າ ແລະ ສິມວັດຫາດສາ ຫຼັງເກົ່າ ພ້ອມສິ່ງກໍ່ສ້າງຈະຈົມຢູ່ພື້ນນໍ້າ

ສິມວັດເດີມ ທີ່ນໍ້າເຂື່ອນຈະຖ້ວມ

ບ້ານຫາດສາ ເມືອງງອຍ ແຂວງຫຼວງພະບາງ ຕັ້ງຢູ່ແຄມນໍ້າອູ ເຊິ່ງມື້ນີ້ປະຊາຊົນໄດ້ອົບພະຍົບໄປຢູ່ໝູ່ບ້ານໃໝ່ ທີ່ໂຄງການໄດ້ຈັດສັນໃຫ້ໃໝ່

ສິມວັດບ່ອນໃໝ່

ສາຍນໍ້າອູ ທີ່ໄຫຼມາຈາກຍອດນໍ້າອູ ຜ່ານເມືອງຂວາ ແຂວງຜົ້ງສາລີ ເຂົ້າເຂດເມືອງງອຍ ແຂວງຫຼວງພະບາງ, ສອງຝັ່ງແມ່ນໍ້າອູ ຍັງມີປ່າໄມ້ທີ່ອຸດົມສົມບູນ ປະຊາຊົນເຂດນັ້ນ ໄດ້ອາໄສລໍາແມ່ນໍ້າອູ ເປັນເສັ້ນທາງຄົມມະນາຄົມ ຕິດຕໍ່ກັນກັບພາຍນອກ

ຈັດພິທີຍ້າຍປ່າຊ້າ

ໂຄງການກໍ່ສ້າງ“ເຂື່ອນນໍ້າອູ 3” ໃນເຂດເມືອງງອຍ ສົ່ງຜົນໃຫ້ 6 ຫມູ່ບ້ານທີ່ຢູ່ເໜືອເຂື່ອນ ຄືກັບຖືກຕັດຂາດຈາກຕົວເມືອງງອຍ ແລະ ໜອງຂຽວ (ເມືອງງອຍໃໝ່)
6 ບ້ານ ປະກອບມີ: ບ້ານຫາດຂາດ ບ້ານສົບຂິງ ບ້ານໂພນພະນະ ບ້ານຫາດສາ ບ້ານປາກລວງ ແລະ ບ້ານຫ້ວຍແຮມ

.

.

ລາຍງານໂດຍ: ວັດຫາດສາ

Leave a Reply

Your email address will not be published. Required fields are marked *