ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີປະກາດການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະ ຫານ ຈຳນວນ 92 ສະຫາຍ ທົ່ວກົມ ໃຫຍ່ການເມືອງກອງທັບ. ໃນນີ້, ມີເລື່ອນຊັ້ນຮ້ອຍເອກ ຂຶ້ນ ຊັ້ນພັນ ຕີ 15 ສະຫາຍ, ເລື່ອນຊັ້ນຮ້ອຍ ໂທ ຂຶ້ນ ຮ້ອຍເອກ 39 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 7 ສະຫາຍ ແລະ ທຽບຊັ້ນໃຫ້ພະ ນັກງານທີ່ຮຽນຈົບຈາກໂຮງຮຽນ ສາຍລັດ ຄື: ເລື່ອນທຽບຊັ້ນຮ້ອຍ ໂທ 15 ສະຫາຍ ແລະ ເລື່ອນ ທຽບຊັ້ນຮ້ອຍຕີ 1 ສະຫາຍ.

Image may contain: 8 people, people sitting and indoor

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດ ນີ້, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ບຸນເຫຼືອ ໄຊຍະເພັນ ກຳມະການຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ. ສະຫາຍ ພັນເອກ ບຸນເຫຼືອ ໄຊຍະເພັນ ໄດ້ກ່າວວ່າ: ການ ເລື່ອນຊັ້ນໃນຄັ້ງນີ້ແມ່ນກຽດສັກ ສີອັນສູງສົ່ງ ແລະ ມີຄວາມໝາຍ ສໍາຄັນເພາະມັນໄດ້ຢັ້ງ ຢືນໃຫ້ເຫັນ ເຖິງການເຕີບໃຫຍ່ຂະຫຍາຍຕົວ ຂອງພະນັກງານໃນກອງທັບ, ເປັນການປະຕິບັດນະໂຍບາຍ ຂອງພັກ ແລະ ກົດໝາຍນາຍ ທະຫານກອງທັບ ປະຊາຊົນລາວ ໃຫ້ມ ີຄວາມຖືກຕ້ອງ ທັງເປັນການ ຍ້ອງຍໍສັນລະເສີນຕໍໍ່ຜົນງານ, ຄຸນງາມຄວາມດີຂອງແຕ່ລະສະ ຫາຍທີ່ມີຄວາມອົດທົນຜ່ານ ຜ່າອຸປະສັກຂໍ້ຫຍຸ້ງຍາກຕ່າງໆ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການປັບປຸງກໍ່ສ້າງກອງທັບ ໃຫ້ມີ ຄວາມເຕີບໃຫຍ່ເຂັ້ມແຂງ ແລະ ເຮັດສຳເລັດທຸກໜ້າທີ່ວຽກງານທີ່ ໄດ້ຮັບມອບໝາຍ.

ໂດຍ: ອາຫວຸ້ນ

Leave a Reply

Your email address will not be published. Required fields are marked *