ສະຫວັນນະເຂດ: ໃນວັນທີ 27 ມິຖຸນາ 2020 ໜ່ວຍງານສະກັດກັ້ນຢາເສບຕິດ ປກສ ນະຄອນ ໄກ ສອນ ພົມວິຫານ ແຂວງສະຫວັນນະເຂດ ສາມາດຢຶດຂອງກາງຢາເສບຕິດປະເພດຢາບ້າໄດ້ ຈຳນວນ 415.000 ເມັດ, ພ້ອມກັກຕົວຜູ້ຮ່ວມຂະບວນການໄດ້ຈຳນວນ 4 ຄົນ, ຍິງ 2 ຄົນ, ເຊິ່ງເປັນການມ້າງ ຄະດີລາຍໃຫຍ່ ແລະໄດ້ຂອງ ກາງເປັນຈຳນວນຫຼາຍ.

ເຊິ່ງເຫດການຄັ້ງນີ້ເລີ່ມ ຕົ້ນປະຕິບັດການໃນເວລາ 16 ໂມງຂອງວັນທີ 27 ມິຖຸນາ 2020, ທາງເຈົ້າໜ້າທີ່ຕຳ ຫຼວດ ປກສ ນະຄອນໄກ ສອນ ພົມວິຫານ ຮ່ວມກັບ ປກສ ກຸ່ມ 7 (ຜັກຂະ-ສົ້ມປ່ອຍ) ໄດ້ ເຂົ້າຈັບກຸມ ພ້ອມທັງກັກຕົວ 2 ຜົວເມຍ ຢູ່ທີ່ບ້ານຫ້ວຍໄຜ່ ນະຄອນໄກສອນ ພົມວິຫານຄື: ນາງ ຂັນທະລີ (ແອ໋ວ) ອາຍຸ 45 ປີ ແລະ ທ້າວ ວົງພະຈັນ (ຫຳ) ອາຍຸ 45 ປີ, ຢູ່ທີ່ເຮືອນຂອງພວກກ່ຽວເອງ, ໃນນັ້ນໄດ້ພົບຂອງກາງຢາເສບຕິດ (ຢາບ້າ) ຈຳນວນ 02 ມັດ, ເທົ່າ ກັບ 4.000 ເມັດ,

ຜ່ານການການສອບສວນເບື້ອງຕົ້ນ ນາງ ຂັນທະລີ ໄດ້ຮັບສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວແມ່ນ ໄດ້ຮັບຊື້ມາຈາກທ້າວສຸລິກາ ອາຍຸ 57 ປີ, ປະຊາຊົນບ້ານໜອງບົວທ່າເມືອງສອງ ຄອນ ແຂວງສະຫວັນນະເຂດ, ຈາກນັ້ນ ທາງເຈົ້າໜ້າທີ່ຈຶ່ງໄດ້ຕິດຕາມພຶດຕິກຳຂອງ ທ້າວ ສຸລິກາ ຢ່າງໃກ້ຊິດ, ມື້ຕໍ່ມາຄືໃນວັນທີ 28 ມີຖຸນາ, ເວລາ 16 ໂມງ, ທາງເຈົ້າໜ້າທີ່ຈຶ່ງໄດ້ກັກຕົວທ້າວ ສຸລິກາ ໄດ້ຢູ່ທີ່ເຂດຕະຫຼາດສາມັກຄີໄຊນະຄອນ ໄກສອນ, ຜ່ານການກວດຄົ້ນຕົວຜູ້ກ່ຽວ ແມ່ນບໍ່ພົບເຫັນຂອງກາງ.

ຈາກນັ້ນຈຶ່ງໄດ້ນຳຕົວຜູ້ກ່ຽວໄປສອບສວນ ແລະ ກໍ່ໄດ້ຮັບສາລະພາບວ່າ: ແມ່ນໄດ້ ຂາຍຢາບ້າໃຫ້ນາງຂັນທະລີ ແລະ ທ້າວ ວົງພະຈັນ ຕາມການ ຊັກທອດຂອງທັງສອງ, ເຊິ່ງຢາ ບ້າທີ່ນຳມາຈຳໜ່າຍ-ຂາຍ ແມ່ນໄດ້ຊື້ມາຈາກ ນາງ ບຸນເພັງ (ຫຼ້ານ້ອຍ) ອາຍຸປະມານ39 ປີ, ຢູ່ບ້ານຫົວເມືອງໃຕ້ນະຄອນ ໄກສອນ ພົມວິຫານ.

ຈາກນັ້ນ ໃນເວລາ 17 ໂມງ 30 ນາທີຂອງວັນດຽວກັນ, ເຈົ້າໜ້າທີ່ຈຶ່ງໄດ້ຂະຫຍາຍຜົນນຳເອົາກຳລັງໄປປິດລ້ອມເຮືອນນາງບຸນ ເພັງ, ຕາມການຊັກທອດຂອງ ທ້າວ ສຸລິກາ. ພໍໄປຮອດເຮືອນ ນາງ ບຸນເພັງ ບໍ່ໄດ້ຢູ່ເຮືອນ, ມີແຕ່ລູກສາວຢູ່ເຮືອນຄືນາງ ອຳໄພສິດ (ພອຍນ້ອຍ)ອາຍຸ 22 ປີ, ເປັນນັກສຶກສາຢູ່ສະຖາບັນແຫ່ງໜຶ່ງໃນແຂວງສະຫວັນນະເຂດ.

Image may contain: 4 people, people standing and food

ຈາກການສອບສວນ ຂອງເຈົ້າໜ້າທີ່ນາງອຳໄພສິດກໍ່ໄດ້ຮັບສາລະພາບວ່າ: ຕົນກໍ່ໄດ້ເຄີຍສົ່ງຢາເສບຕິດໃຫ້ ທ້າວ ສຸລິກາ ໃນເວລາແມ່ບໍ່ຢູ່ເຮືອນ ຈຳນວນ 04 ຄັ້ງ,ດັ່ງນັ້ນ ທາງເຈົ້າໜ້າທີ່ຈຶ່ງໄດ້ກັກຕົວ ນາງ ອຳໄພສິດ ໄວ້ພ້ອມກວດ ຄົ້ນເຄຫະສະຖານ (ເຮືອນ)ຂອງ ນາງ ບຸນເພັງ ກໍ່ໄດ້ພົບ ເຫັນຢາເສບຕິດ ທີ່ຊຸກເຊື່ອງໄວ້ ຈຳນວນ ຫຼວງຫຼາຍ ທີ່ຊຸກເຊື່ອງ ໄວ້ຫຼາຍຈຸດຄື:

ຢູ່ຫ້ອງນອນ ຊັ້ນເທິງ, ຫ້ອງນອນຊັ້ນລຸ່ມ, ເຮືອນຄົວ ແລະຄອກເປັດ.ໄດ້ຢາບ້າຈຳນວນ 206ມັດ ກັບ 15 ຖົງ, ເທົ່າກັບ 415.000 ເມັດ.

ນອກນັ້ນທາງເຈົ້າໜ້າທີ່ ຍັງໄດ້ຢຶດພາຫະນະເປັນຕົ້ນ: ລົດກະບະວີໂກ້, ສີດຳ, ໝາຍ ເລກທະບຽນ: ສະຫວັນນະເຂດ ກຈ 1012, ລົດເກັງຮຸນໄດ ອີແລນຕ້າ, ສີຂາວ ໝາຍເລກ ທະບຽນ: ສະຫວັນນະເຂດ ກຈ 3912, ລົດຈັກຈຳນວນ 03 ຄັນ, ພ້ອມນັ້ນກໍ່ມີໃບຕາດິນ, ໃບມອບກຳມະສິດນຳໃຊ້ທີ່ດິນ, ໃບຢັ້ງຢືນການ ຊື້-ຂາຍ ທີ່ດິນ ອີກຈຳນວນ 5 ໃບ, ບັນຊີເງິນ ຝາກຈຳນວນ 3 ເຫຼັ້ມ, ສາຍຄໍ 1 ເສັ້ນ, ໂມງໃສ່ແຂນ 1 ໜ່ວຍ ເພື່ອມາເປັນຫຼັກຖານໃນການດຳເນີນຄະດີຕໍ່ໄປ.

ປກສ ສະຫວັນນະເຂດ

Leave a Reply

Your email address will not be published. Required fields are marked *