ພຣະສົງເມືອງສີຼສັດຕະນາຄ ລົງອຸໂປສົຖສັງຄະກັມ ທີວັດພຣະຍາວັດ
ວັດເພຍວັດ ຫລືວັດພຣະຍາວັດ ເຊິ່ງເປັນວັດທີ ທີ່ໃຫຍ່ແລະທີສຸດ ສຳຄັນສຸດໃນເມືອງວຽງຈັນ ເບິ່ງສະເພາະສິມ ແລະພຣະເຈົ້າອົງຫລວງທີເປັນພຣະປະທານຂອງວັດເພຍວັດກໍ່ສົມຊື່ ວັດແຫ່ງນີ້ສ້າງເມື່ອປີ ຄສ 1551 ໂດຍພຣະຍາຈັນທະບູຣີສີຼສັຕທັມມະໄຕໂລກ ຜູ້ປົກຄອງເມືອງວຽງຈັນໃນໄລຍະນັ້ນ ເປັນເປັນກ່ອນທີເຈົ້າໄຊຍະເສດຖາທິຣາຊ ຈະຍ້າຍນະຄອນຫລວງຈາກຫລວງພຣະບາງ ມາສູ່ນະຄອນວຽງຈັນກ່ອນນັ້ນ 9 ປີ ເຊິ່ງກົງກັບເຈົ້າໂພທິສະຣະຣາຊ (1520 -1550 ) ປົກຄອງແຜ່ນດີນລ້ານຊ້າງ ໄດ້ 30 ປີ.
ໄດ້ນຳພາກໍ່ສ້າງ ຣາຊະວັງ, ຫໍພຣະແກ້ວ, ວັດຈັນ, ວັດກາງ, ວັດເພຍວັດ ແລະ ວັດອຶ່ນໆ ໃນເເຂດກຳແພງເມືອງແລະນອກກຳແພງເມືອງວຽງຈັນ ສ່ວນວັດສີສະເກດ ແຕ່ກ່ອນ ແມ່ນວັດແສນ ໄດ້ສ້າງໃນ ປີ 1521, ວັດໂພນພຣະເນົາ, ວັດໜອງບອນ ກໍ່ແມ່ນ ວັດທີ່ເກົ່າແກ່ ສ້າງກ່ອນ ປີ 1530.

ພຣະອົງກໍ່ໄດ້ໄປສ້າງວັດທີ່ ໂພນພິໄສ (ແຂວງໜອງຄາຍ) ຊຶ່ງໄດ້ຄົ້ນພົບ ຫີນສີລາຈາລຶກ ຂອງ ວັດແດນເມືອງ ສ້າງໃນ ພ.ສ 2080 (ຄສ1535) ບອກວ່າ ພຣະເຈົ້າໂພທິສະຣະຣາຊໄດ້ມາສ້າງ ຕັ້ງໂພນພິໄສ ໃຫ້ເປັນເມືອງຣາຊະທານີ ແຫ່ງໜຶ່ງ,

ນອກຈາກວັດແດນເມືອງ ແລະ ວັດໂພນພູນເມືອງ ທີ່ໂພນ ພິໄສແລ້ວ ເພິ່ນ ຍັງໄດ້ສ້າງວັດ ທີ່ໜອງຄາຍອີກ. (ອີງຕາມຂໍ້ມູນ ຂອງ Lorrillard ແລະ Henri Deydier ປີ 1958).

ວັດເພຍວັດຖືກສົງຄາມທຳລາຍພ້ອມກັບເມືອງວຽງຈັນທີຖືກເຜົ້າໄຫມ້ ຕົກມາຮອດປີ ຄສ 1911 ທ່ານເຣນຣີ ປາກມັງເຈ ນັກສຳຫລວງຄົນຝຣັ່ງເສດໄດ້ເຂົ້າມາເກັບກຳຂໍ້ມູນຄົ້ນຄວ້າຂອງສິລະປະລາວ ໄດ້ເຫັນວັດເພຍວັດຕົກຢູ່ໃນສະພາບເພພັງໂປດເພ່ຈາກສົງຄາມແລະການເວລາ ມີພຣະພຸທທະຮູບທັງປູນແລະທອງສຳຣິດລຽງລາຍຕາມບໍລິເວນວັດແຫ່ງນີ້ ຫລັງຈາກນັ້ນເພິ່ນກໍ່ໄດ້ມີການຮີບພຣະພຸດທະຮູບທອງສຳຣິດນ້ອຍໃຫຍ່ ໄປເກັບຮັກສາໄວ້ທີກົມມະຣຽນວັດສີຼສະເກດ ເມື່ອປະມານປີ ຄສ 1960 ແລະວັດເພຍວັດກໍ່ເລິ່ມມີການປະຕິສັງຂອນຄືໃຫມ່ ໂດຍສະເພາະພຣະເຈົ້າອົງຫລວງແລະສິມທີໃຫຍ່ໂຕມະໂຫຖານນີ້ເມື່ອປະມານປີ ຄສ 1958-1960 ມານີ້ .

.

.

.

.

.

ພາບແລະເລື່ອງລາວໂດຍ: Houmphet Manisouk
