ສະຫວັນນະເຂດ: ລາຍງານຈາກ Sikay Phanhkham ໃຫ້ຮູ້ ໃນວັນທີ່ 5 ກໍລະກົດ 2020 ນີ້ວ່າ: ມີຝູງຊ້າງປ່າ ຊ້າງຢູ່ໃນທຳມະຊາດເປັນຝູງໃຫຍ່ ຈຳນວນປະມານ 20 ໂຕ (20 ເຊືອກ) ມີທັງໂຕໃຫຍ່ ແລະ ໂຕນ້ອຍ ພາກັນລົງມາຫຼິ້ນນໍ້າ ຢ່າງມ່ວນຊື່ນ ທີ່ ເມືອງວິລະບູລີ ແຂວງສະຫວັນນະເຂດ.

ຂໍ້ຄວາມຈາກຜູ້ພົບເຫັນ: “ຝູງຊ້າງປ່າ ຊ້າງຢູ່ໃນທຳມະຊາດເປັນຝູງໃຫຍ່ ຈຳນວນປະມານ20ໂຕ ເດັກໆເພີ່ນກຳລັງຫຼີ້ນນ້ຳຢ່າງມ່ວນຊື່ນ ເລີຍເກັບໄວ້ເບີ່ງເປັນບຸນຕາມື້ນີ້ 05/07/20 ວັນພຣະ ສາທຸ ນັບວ່າເປັນພາບຫາຍາກໃຫ້ໂຕເອງ ຂໍໃຫ້ໂຕເອງມີໂຊກ ໝານໆເດີ .(ຂໍໃຫ້ໄດ້ໂຕເດັດ)”

ນີ້ເປັນສິ່ງທີ່ພູມໃຈ ແລະ ດີໃຈຫຼາຍ ທີ່ພົບເຫັນຂ້າງປ່າຈໍານວນຫຼາຍ ຕາມທໍາມະຊາດ. ຂໍໃຫ້ທຸກພາກສ່ວນ ຮ່ວມໃຈປົກປັກຮັກສາ ໃຫ້ສົມດັ່ງ ຄັ້ງໜຶ່ງ ປະເທດລາວ ມີນາມວ່າ ອານາຈັກລ້ານຊ້າງ

.

.

ຊົມຄລິບ

ທີ່ມາ

Leave a Reply

Your email address will not be published. Required fields are marked *