ທ່ານ ປອ. ລຽນ ທີແກ້ວ ລັດ ຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ລາຍງານຕໍ່ກອງປະ ຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ເມື່ອວັນທີ 25 ມິຖຸນາ ຜ່ານມາ
ມາດຕະການຊຸກຍູ້ສົ່ງ ເສີມການຜະລິດສະບຽງອາ ຫານ ແລະ ສິນຄ້າຕອບສະ ໜອງໃຫ້ແກ່ພາຍໃນ ມີ 13 ມາດຕະການຄື:
- ສືບຕໍ່ສ້ອມແປງ ເພື່ອຟື້ນຟູລະບົບຊົນລະປະທານທີ່ເປ່ເພ ຈາກໄພພິບັດ ປີ 2019 ຈໍານວນ 172 ໂຄງການ ດ້ວຍບ້ວງງົບປະມານສຸກເສີນ 40 ຕື້ກີບ ທີ່ນອນຢູ່ໃນ 8 ແຂວງເປົ້າໝາຍໃຫ້ສໍາເລັດ ເພື່ອຮັບປະກັນການສະໜອງນໍ້າໃຫ້ໄດ້ 31.245 ເຮັກຕາ ທີ່ໄດ້ເອົາເຂົ້າແຜນການຜະລິດລະດູ ຝົນປີ 2020 ແລ້ວ; ສົ່ງມອບຈັກສູບນໍ້າຂະໜາດນ້ອຍ 35 ເຄື່ອງ ໃຫ້ທ້ອງຖິ່ນ ເພື່ອເພີ່ມກໍາລັງຄວາມສາມາດສູບນໍ້າຂອງກຸ່ມຊາວນາທີ່ມີແລ້ວ 10.307 ເຄື່ອງ ເພື່ອຮັບປະກັນສະໜອງນໍ້າໃຫ້ໄດ້ 280.300 ເຮັກຕາ. ໃນນັ້ນປູກເຂົ້າໃຫ້ໄດ້ 235.800 ເຮັກຕາ, ປູກພືດໃຫ້ໄດ້ 26.500 ເຮັກຕາ. ພ້ອມດຽວກັນນັ້ນ ກໍແຮຮອງຈັກສູບນໍ້າເຄື່ອນທີ່ປະຈໍາຢູ່ແຕ່ລະພາກ ເພື່ອຕ້ານຖ້ວມໃນລະດູຝົນ.
- ມອບໃຫ້ກົມຊົນລະ ປະທານຄົ້ນຄວ້ານະໂຍບາຍ ພັດທະນາຊົນລະກະເສດເຂດຊົນນະບົດພູດອຍ ຕິດພັນແຕ່ຫົວທີ ກັບການພັດທະນາໄຟຟ້າພະລັງນໍ້າ; ຊົນລະປະທານພູມປັນຍາຊາວບ້ານ, ຊຸມຊົນພັດທະນາ, ຊຸມຊົນນໍາໃຊ້ ແລະ ປົກປັກຮັກສາ; ການສ້າງຮູບແບບ ການກັກເກັບນໍ້າລະດູຝົນໄວ້ໃຊ້ໃນລະດູແລ້ງເພື່ອການກະເສດ; ມອບໃຫ້ສູນຄົ້ນຄວ້າອອກແບບ ຄົ້ນຄວ້າທາງດ້ານທິດສະດີທີ່ຮຽນຮູ້ຈາກພຶດຕິກໍາປະເທດເຮົາ ແລະ ຂອງໂລກ ອອກແບບເພື່ອໝູນໃຊ້ ເຂົ້າໃນພື້ນທີ່ ແລະ ຊຸມຊົນ ຊົນນະບົດຕົວຈິງ.
- ຊຸກຍູ້ໃຫ້ທ້ອງຖິ່ນຕ່າງໆ ສໍາຫຼວດເກັບກໍາຂໍ້ມູນ ສິ່ງທີ່ຈະເກີດຜົນກະທົບ ຫຼື ໄດ້ກະທົບແລ້ວ ຕໍ່ຫົວງານຈັກສູບນໍ້າຕາມແມ່ນໍ້າລໍາເຊຕ່າງໆ ຈາກໂຄງການລົງທຶນຂອງລັດ, ພາກເອກະຊົນ, ການຂຸດຄົ້ນດູດແຮ່ຊາຍ ຕາມລໍາແມ່ນໍ້າ ທີ່ຈະເຮັດໃຫ້ຫົວງານເປັນອໍາມະພາດ ແລ້ວມີມາດຕະການແກ້ໄຂ ເພາະວ່າເນື້ອທີ່ຮັບນໍ້າຊົນລະປະທານ ຈາກຈັກສູບນໍ້າໃນລະດູແລ້ງ ນັບມື້ນ້ອຍລົງ.
- ຊີ້ນໍາກົມ, ສະຖາບັນ, ສູນ ແຮຮອງແນວພັນເຂົ້າ, ແນວພັນພືດ ເພື່ອສະໜອງໃຫ້ແກ່ລະດູການຜະລິດລະດູຝົນ ທັງແຮຮອງຮັບປະກັນໃຫ້ແກ່ການຕ້ານແລ້ງ-ຕ້ານຖ້ວມ ໂດຍມອບໂຕເລກຄາດ ໝາຍໃຫ້ສູນຂອງສູນກາງ ແລະ ທ້ອງຖິ່ນ, ຜູ້ປະກອບການ, ກຸ່ມໂຮງສີ ແລະ ກຸ່ມຊາວກະສິກອນ ກະກຽມໄວ້ແຕ່ຫົວທີ. ສະເພາະປີນີ້ ການແຮຮອງແນວພັນເຂົ້າໄວ້ໃນສາງ ມີ 1.200 ໂຕນ, ໃນນີ້ຢູ່ສູນສົ່ງເສີມຂອງສູນກາງ ແລະ ທ້ອງຖິ່ນ 650 ໂຕນ ແລະ ຜູ້ປະກອບການ 550 ໂຕນ, ສະເພາະແນວພັນທີ່ດີ ທີ່ຜະລິດໂດຍກຸ່ມຜະລິດແນວພັນເຂົ້າຂອງຊາວນາເອງ ມີ 6.500 ໂຕນ.
- ເຜີຍແຜ່ຄວາມຮູ້ໃຫ້ແກ່ຊາວນາ ຊາວສວນກ່ຽວກັບ ເຕັກນິກນາຫວ່ານ, ນາຢອດ, ນາດໍາດ້ວຍກົນຈັກ, ເຕັກນິກການຜະລິດແບບປະສົມປະສານ, ປູກໝູນວຽນ; ໝູນວຽນພືດ, ສະລັບລະດູການ; ເຕັກນິກການປູກພືດອາຫານສັດ, ຂຸນສັດ, ເຕັກນິກການປູກພືດຜັກ, ເຂົ້າແບບໃຊ້ນໍ້ານ້ອຍໃຊ້ນໍ້າຍົດ, ນໍ້າພຸ່ງ, ພືດຜັກເຮືອນຮົ່ມ, ເຮືອນປິດ, ປູກກາງແຈ້ງ, ເຕັກນິກການປູກພືດຜົນລະດູຝົນ; ການປະຍຸກ ແລະ ນໍາໃຊ້ພະລັງງານແສງອາທິດ ເຂົ້າໃນການສະໜອງນໍ້າ ໃຫ້ແກ່ການຜະລິດ ຢູ່ເຂດຊົນນະບົດ ທີ່ພະລັງງານໄຟຟ້າຖາວອນບໍ່ທັນໄປຮອດໄປເຖິງ ແຕ່ກໍຮັບປະກັນໃຫ້ຄອບຄົວຊາວກະສິກອນ ແລະ ຟາມຕ່າງໆ ຜະລິດສິນຄ້າໃຫ້ຫຼາກຫຼາຍ.
- ເອົາໃຈໃສ່ພັດທະນາສູນສົ່ງເສີມ ທີ່ມີຢູ່ໃນທົ່ວປະເທດ ໃຫ້ເສີມຂະຫຍາຍປະສິດທິພາບ ມີວິຊາການທີ່ດີ; ປະກອບເຕັກນິກ ແລະ ເຕັກໂນໂລຊີທັນສະໄໝຂຶ້ນ ໃຫ້ແກ່ສູນຕ່າງໆ ເພື່ອຊ່ວຍເຫຼືອທ້ອງຖິ່ນ ໃຫ້ມີຄວາມເຂັ້ມແຂງ ໃນດ້ານການຜະລິດສະບຽງອາຫານ ແລະ ການຜະລິດກະສິກໍາເປັນສິນຄ້າ ທີ່ມີຄຸນນະພາບ, ສະອາດ, ປອດສານພິດ, ຕອບສະໜອງຢ່າງພຽງພໍໃຫ້ແກ່ພາຍໃນ ແລະ ການສົ່ງອອກ ໃຫ້ເພີ່ມຂຶ້ນ ດ້ວຍການດຶງດູດຍາດແຍ່ງການຊ່ວຍເຫຼືອ ຈາກປະເທດເພື່ອນມິດ ແລະ ລະດົມການລົງທຶນ ຈາກພາກເອກະຊົນ ໃຫ້ແຂງແຮງກວ່າເກົ່າ, ດຶງດູດເອົາເຄືອຂ່າຍຊາວກະສິກອນລາວ ເຂົ້າມາເປັນພາຄີ, ເປັນຄູ່ຮ່ວມມືພັດທະນາ ດ້ວຍການຈັດຕັ້ງ, ແລກປ່ຽນຄວາມຄິດຄວາມເຫັນ, ຈັດຕັ້ງການປະຊຸມສໍາມະນາເປັນປະຈໍາ ເພື່ອລະດົມແນວຄວາມຄິດທີ່ດີ.
- ເຝົ້າລະວັງ, ກະກຽມຢາວັກຊິນ, ຢາປົວພະຍາດ, ຢາປ້ອງກັນ ແລະ ພາຫະນະອຸປະກອນເພື່ອປ້ອງກັນ, ຈໍາກັດແກ້ໄຂການລະບາດຂອງພະຍາດຕາມລະດູການ ຫຼື ພະຍາດໃໝ່ ທີ່ອາດເກີດຂຶ້ນ; ຕິດຕາມຂໍ້ມູນຂ່າວສານ ແລະ ແລກປ່ຽນຂໍ້ມູນຂ່າວສານ ກັບປະເທດເພື່ອນບ້ານ ເພື່ອເຝົ້າລະວັງການລະບາດຂອງພະຍາດ ສັດບົກ ແລະ ສັດນໍ້າ ທີ່ອາດຈະເກີດຂຶ້ນໄວ້ແຕ່ຫົວທີ.
- ເອົາໃຈໃສ່ຊີ້ນໍາ ສູນສາລາຄໍາ ອອກຄໍາແນະນໍາລົງເຜີຍແຜ່ພະຍາກອນ ການລະບາດຂອງພະຍາດພືດ, ບົ້ງຝູງຕ່າງໆ, ພ້ອມດຽວກັນນັ້ນ ຕ້ອງມີມາດຕະການຕົວຈິງ ຫຼື ໃຫ້ຄໍາແນະນໍາລະອຽດຕໍ່ຊາວກະສິກອນ ເລື່ອນເວລາການປູກພືດ, ຫວ່ານພືດຜົນອອກໄປກ່ອນ ເພື່ອຫຼີກເວັ້ນການລະບາດຂອງພະຍາດພືດຕ່າງໆ, ລົງເກັບກໍາຕົວຢ່າງພະຍາດ, ບົ້ງ, ວິທີການ, ພູມປັນຍາຊາວບ້ານ ເພື່ອນໍາພາຄົ້ນຄ້ວາວິໄຈ ແລະ ໃຫ້ຂໍ້ແນະນໍາທີ່ເປັນປະໂຫຍດໃຫ້ຊາວກະສິກອນ, ຜູ້ປະກອບການ, ສູນ, ສະຖານີຂອງຂະແໜງການຕົນຢູ່ທ້ອງຖິ່ນ.
- ສືບຕໍ່ປັບປຸງກຸ່ມການຜະລິດພືດຜັກສະອາດ, ອິນຊີ, ແກ້ໄຂບັນຫາຕ່າງໆ ໃຫ້ແກ່ກຸ່ມເຫຼົ່ານັ້ນໃຫ້ເຂັ້ມແຂງດ້ານການຈັດຕັ້ງ, ການບໍລິການ, ສາມາດເຂົ້າເຖິງແຫຼ່ງທຶນ; ສົ່ງພະນັກງານໄປກຸ່ມບ້ານແລະ ບ້ານໃຫຍ່ພັດທະນາ ຈັດຕັ້ງກຸ່ມການຜະລິດໃຫ້ຫຼາຍຂຶ້ນ ໂດຍປຸກລະດົມເອົາເຄືອຂ່າຍຊາວກະສິກອນລາວເຂົ້າຮ່ວມຢ່າງຕັ້ງໜ້າ; ຮ່ວມກັບພາກສ່ວນກ່ຽວຂ້ອງຂອງນະຄອນຫຼວງວຽງຈັນ ຈັດຕັ້ງຕະຫຼາດຂາຍ ຍົກ, ຂາຍຍ່ອຍໃຫ້ເປັນລະບົບ ແລະ ຍືນຍົງ.
- ເອົາໃຈໃສ່ເຝົ້າລະວັງ ແລະ ປາບສັດຕູພືດ ເປັນຕົ້ນແມ່ນ ບົ້ງຝູງ ທີ່ພວມລະບາດຢູ່ຫຼາຍທ້ອງຖິ່ນ ດ້ວຍການປຸກລະດົມປະຊາຊົນ ຊາວກະສິກອນ, ຜູ້ປະກອບການ ແລະ ອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມປະຕິບັດ ດ້ວຍຄວາມເປັນເຈົ້າການດ້ານທຶນຮອນ; ກະຊວງສະໜອງດ້ານເຕັກນິກ, ອຸປະກອນ, ພາຫະນະ ແລະ ຢາ, ພ້ອມດຽວກັນນັ້ນ ກໍອອກແຮງຂໍການຮ່ວມມືດ້ານທຶນ ຈາກອົງການຈັດຕັ້ງສາກົນ ເປັນຕົ້ນແມ່ນ ອົງການອາຫານໂລກ, ອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ ແລະ ປະເທດເພື່ອນມິດ, ປະເທດໃກ້ຄຽງ ໃຫ້ຫຼາຍຂຶ້ນ.
- ດໍາເນີນການສະຫຼຸບປະເມີນຜົນທົ່ວປະເທດ ໃນການຈັດຕັ້ງກຸ່ມ, ສະຫະກອນ; ການຮ່ວມມື ລະຫວ່າງປະ ຊາຊົນ ກັບຜູ້ປະກອບການ, ນັກລົງທຶນ ໃນການຜະລິດການບໍລິການກະສິກໍາ-ປ່າໄມ້ ດ້ວຍສູດຕ່າງໆ ເປັນຕົ້ນແມ່ນສູດ 2+3 ຊອກໃຫ້ເຫັນດ້ານຕັ້ງໜ້າ, ດ້ານຄົງຄ້າງ ທິດທາງແກ້ໄຂ; ເອົາໃຈໃສ່ຄົ້ນຄວ້າທິດທາງ ແລະ ມາດຕະການ ຊອກທາງອອກໃຫ້ແກ່ປະຊາຊົນ, ບັນດາການຈັດຕັ້ງຮ່ວມມືຕ່າງໆ ນັບທັງສະຫະກອນ ເຊັ່ນ: ການເຂົ້າເຖິງແຫຼ່ງທຶນ, ບັນຫາຕະຫຼາດຂາຍສິນຄ້າທີ່ໝັ້ນຄົງ; ການ ນໍາໃຊ້ເຕັກໂນໂລຊີໃໝ່; ໃຫ້ຄວາມຮູ້ກ່ຽວກັບການບໍລິການຈັດການເສດຖະກິດຄອບຄົວ, ຟາມ ແລະ ວິສາຫະກິດກະສິກໍາ. ຈັດຕັ້ງຝຶກອົບຮົມ ໃຫ້ຊາວກະສິກອນເຂົ້າເປັນກຸ່ມການຜະລິດ ແລະ ການບໍລິການ; ປັບປຸງກຸ່ມທີ່ມີແລ້ວ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ກ້າວຂຶ້ນເປັນສະຫະກອນແບບໃໝ່ທີ່ມີຄຸນນະພາບ; ຂະຫຍາຍກຸ່ມ ແລະ ສະຫະກອນຕົວແບບປະເພດຕ່າງໆ ໃຫ້ຫຼາກຫຼາຍ; ຝຶກອົບຮົມຄວາມຮູ້ດ້ານຕ່າງໆ ໃຫ້ມີການເຄື່ອນໄຫວແບບຍືນຍົງ.
- ສົມທົບກັບທ້ອງຖິ່ນຕ່າງໆ ສ້າງແຜນທີ ທີ່ດິນກະສິກໍາໃນຂອບເຂດທົ່ວປະເທດ; ດໍາເນີນການປັກຫຼັກໝາຍເຂດດິນສະຫງວນໄວ້ ເພືີ່ອການກະສິກໍາ ແລ້ວວາງລະບຽບການນໍາໃຊ້ໃຫ້ຮັດກຸມ;ອອກລະບຽບການກ່ຽວກັບເງື່ອນໄຂ ຂອງການຫັນດິນກະສິກໍາ ໄປເປັນປະເພດດິນອືີ່ນໃຫ້ຈະແຈ້ງ. ຄົ້ນຄວ້າແບ່ງເຂດການພັດທະນາທີ່ດິນກະສິກໍາ ແລະ ພັດທະນາທີ່ດິນໃຫ້ຈະແຈ້ງເຊັ່ນ: ເຂດປູກພືດອຸດສາຫະກໍາ, ເຂດປູກໄມ້ເສດຖະກິດ, ເຂດປູກພືດສະບຽງອາຫານ, ເຂດປູກເຂົ້າ; ເຂດພັດທະນາພືດອາຫານສັດ, ເຂດການລ້ຽງສັດໃຫຍ່.
- ຄົ້ນຄວ້າພັດທະນາຝຸ່ນຊີວະພາບ ດ້ວຍຫຼາຍຮູບແບບ ແລະ ເຜີຍແຜ່ເຕັກໂນໂລຊີການຜະລິດ, ການນໍາໃຊ້ ໃຫ້ແກ່ຊາວກະສິກອນ, ຜູ້ປະກອບການຟາມ ດ້ວຍການເພີ່ມທະວີຝຶກອົບຮົມ, ເຮັດການສາທິດ, ທົດລອງ ແລະ ປະເມີນຜົນເປັນປະຈໍາ ເພື່ອຊ່ວຍໜູນໃຫ້ແກ່ນະໂຍບາຍລັດຖະ ບານ ພັດທະນາກະສິກໍາອິນຊີ ແລະ ສະອາດ ຊຶ່ງເປັນຍຸດທະສາດ ຂອງການພັດທະນາກະສິກໍາ ທີ່ໄດ້ປຽບຂອງປະເທດເຮົາ.

ສ່ວນມາດຕະການຊຸກຍູ້ສົ່ງເສີມການຜະລິດສິນຄ້າ ເພື່ອສົ່ງອອກ ມີ 5 ມາດຕະການຄື:
- ສືບຕໍ່ປະສານສົມທົບ ກັບກະຊວງອຸດສາຫະກໍາ ແລະ ການຄ້າ; ສະພາອຸດສາຫະກໍາການຄ້າ; ຜູ້ປະກອບການ ເຮັດວຽກຢ່າງຕັ້ງໜ້າ ກັບກົມໃຫຍ່ພາສີ ສປ ຈີນ ໂດຍຜ່ານສະຖານເອກອັກຄະລັດຖະທູດລາວ ປະຈໍາປັກກິ່ງ, ເຈລະຈາ, ລາຍງານບັນຊີສິນຄ້າກະສິກໍາ ໃຫ້ໄດ້ຮັບການຢັ້ງຢືນ (SPS) ເງື່ອນໄຂການກັກກັນພະຍາດພືດ ແລະ ສັດ ໃຫ້ເພີ່ມຂຶ້ນຕາມບັນຊີ ທີ່ໄດ້ແຈ້ງໃຫ້ຝ່າຍຈີນກ່ອນໜ້າເກີດວິກິດ COVID-19 ນັ້ນ ໃຫ້ສໍາເລັດ. ພ້ອມດຽວກັນນັ້ນ ກໍຮ່ວມກັບຝ່າຍຈີນ ກວດກາຄວາມພ້ອມດ້ານຕ່າງໆ ຢູ່ຊາຍແດນດ່ານສາກົນ ແລະ ດ່ານທ້ອງຖິ່ນ ທີ່ສອງປະເທດໄດ້ອະນຸຍາດໃຫ້ມີການເຄືີ່ອນໄຫວສະດວກ ເຮັດໃຫ້ສິນຄ້າກະສິກໍາໄດ້ເຂົ້າ-ອອກ ທັນກັບເວລາ ໂດຍສະເພາະແມ່ນສິນຄ້າສົດ.
- ສືບຕໍ່ຊຸກຍູ້ໃຫ້ບັນດາໂຄງການສະໜັບສະໜູນການສົ່ງອອກໃຫ້ສໍາເລັດ ເຊັ່ນ: 1) ສູນມາດຕະຖານຢາງພາລາ ຕັ້ງຢູ່ນະຄອນຫຼວງວຽງຈັນ; 2) ສູນມາດຕະຖານການຜະລິດ ແລະ ກັກກັນພືດ ແລະ ຜະລິດຕະພັນພືດ, ສັດ ແລະ ຜະລິດຕະພັນສັດ ຕັ້ງຢູ່ສາລາຄໍາ ນະຄອນຫຼວງວຽງຈັນ; 3). ສູນມາດຕະຖານ ແລະ ກັກກັນງົວ 3 ແຫ່ງ ຕັ້ງຢູ່ແຂວງຫຼວງນໍ້າທາ; 4). ສ້າງໂຮງງານຜະລິດຝຸ່ນຊີ ວະພາບ ຢູ່ແຂວງສະຫວັນນະເຂດ; 5). ສ້າງສູນຄົ້ນຄວ້າແນວພັນເຂົ້າ ແລະ ແນວພັນພືດ; 6).ໂຄງການສ້າງເຂດພັດທະນາອຸດສະຫະກໍາ-ກະສິກໍາທັນສະໄໝ ນະຄອນຫຼວງວຽງຈັນ ຕັ້ງຢູ່ເຂດອຸດສະຫະກໍາຫຼັກ 21 ເພື່ອເຊື່ອມຕໍ່ກັບໂຄງການທາງລົດໄຟລາວ-ຈີນ ເພື່ອຮອງຮັບການສົ່ງອອກສິນຄ້າກະສິກໍາໄປຈີນໃນຕໍ່ໜ້າ.
- ດຶງດູດ ແລະ ສົ່ງເສີມໃຫ້ຄອບຄົວ, ທຸລະກິດຂະໜາດນ້ອຍ ແລະ ກາງ ພາຍໃນ; ທຸລະກິດຂະໜາດໃຫຍ່ຂອງຕ່າງປະເທດ ເປັນຕົ້ນແມ່ນ ທຸລະກິດປະເທດເພືີ່ອນມິດ ເຂົ້າມາດໍາເນີນການຜະລິດ, ບໍລິການ ແລະ ພັດທະນາ ດ້ວຍເຕັກໂນໂລຊີທີ່ທັນສະໄໝ ດ້ວຍຜະລິດຕະພັນສິນຄ້າກະສິກໍາ ທີ່ມີມູນຄ່າເພີ່ມສູງ ແລະ ປະລິມານຫຼາຍ ດ້ວຍຮູບແບບ 2+3. ເພື່ອພາປະຊາຊົນປະເທດເຮົາ ດໍາເນີນການປູກ, ການລ້ຽງ, ການປຸງແຕ່ງ ແລະ ຖ່າຍທອດເອົາເຕັກໂນໂລຊີ, ນະວັດຕະກໍາໃໝ່ທີ່ທັນສະໄໝ ປະຢັດຕົ້ນທຶນໄວຂຶ້ນ ດ້ວຍການເລັ່ງລັດຕັດຕອນເພືີ່ອກ້າວຂຶ້ນ. ບັນຫານີ້ຮຽກຮ້ອງໃຫ້ຄະນະພັກ, ອົງການປົກຄອງທ້ອງຖິ່ນຕ້ອງລະດົມນໍາໃຊ້ແຮງງານເຫຼົ່ານັ້ນເຂົ້າສູ່ການຜະລິດຢ່າງແຂງແຮງ.
- ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ການລົງທຶນ, ການບໍລິການຂົນສົ່ງສິນຄ້າຜ່ານດ່ານດ້ວຍຄວາມສະດວກວ່ອງໄວທັນສະໄໝ.
- ພັດທະນາຊັບພະຍາ ກອນມະນຸດຂອງຂະແໜງກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຕິດພັນກັບຍຸດ ທະສາດພັດທະນາຜະລິດຕະພັນສິນຄ້າກະສິກໍາລາວ ໃຫ້ມີຄວາມສາມາດ, ມີຈໍານວນພຽງພໍ ເພື່ອຊ່ວຍຊາວກະສິກອນລາວໃຫ້ມີທັກສະກະສິກໍາສະໄໝໃໝ່ ແບບມີຈຸດສຸມ ແລະ ໃຫ້ເປີດກວ້າງອອກໄປທົ່ວປະເທດ ໃນໄລຍະຍາວ ພ້ອມດຽວກັນນັ້ນ ກໍ່ສ້າງໃຫ້ສູນສົ່ງເສີມ, ສະຖານີຂັ້ນທ້ອງຖິ່ນ ສາມາດເປັນຫຼັກແຫຼ່ງ ໃນການນໍາພາຊາວກະສິກອນ ຮຽນຮູ້ຈາກການແລກປ່ຽນຄວາມຄິດຄວາມເຫັນ ເພື່ອພັດທະນາການຜະລິດສິນຄ້າ ແລະ ການບໍລິການຢ່າງເປັນປົກກະຕິ.
ໂດຍ: ໜັງສືພິມປະຊາຊົນ