ຈໍາປາສັກ: ຂໍ້ມູນຈາກ ພຣະອາຈານ ເທບ ມິ່ງເມືອງໃຕ້ ລາຍງານຄວາມສໍາເລັດ ການປະຕິສັງຂອນ ພຣະເຈົ້າອົງຫຼວງ ວັດຈອມເພັດ, ນະຄອນ ປາກເຊ, ແຂວງຈໍາປາສັກ.

ກ່ອນປະຕິສັງຂອນ

ໂດຍພຣະອາຈານໄດ້ໃຫ້ຮູ້ວ່າ: “ສຸດທີ່ພາກພູມໃຈປິຕິເປັນຢ່າງຍິ່ງ ທີ່ສຳເລັດການບູລະນະປະຕິສັງຂອນ ພຣະເຈົ້າໃຫຍ່ອົງຫລວງ ແຫ່ງວັດຈອມເພັດເທພພຣະນິມິຕວະນາຣາມ ໃນມື້ເພັງ 15 ຄໍ່າເດືອນ 8 ພສ 2563 ( ປີຊວດ ) ກົງກັບວັນອາທິດທີ 05/07/2020. ເຊື່ງເລີ່ມລົງມືບູລະນະ ໃນມື້ເພັງ 15 ຄໍ່າ ເດືອນຍີ່ ພສ 2562 ( ປີກຸນ ) ກົງກັບວັນພະຫັດທີ 09/01/2020. (ລວມມູນຄ່າໃນການບູລະນະທັງໝົດ: 1.175.289.00 ກີບ )”

ການປະຕິສັງຂອນຄັ້ງນີ້ແມ່ນ ມີປັດໃຈສັດທາຈາກຫຼາຍພາກສ່ວນ. ຂໍອະນຸໂມທະນາບຸນ 🙏🙏🙏

.

.

.

.

.

.

.

.

.

ພາບໂດຍ: ພຣະອາຈານ ຂັດຕິຍະບາລະມີ

ທີ່ມາ

Leave a Reply

Your email address will not be published. Required fields are marked *