ຂ່າວຕ່າງປະເທດ: ສໍານັກຂ່າວຕ່າງປະເທດລາຍງານ ໃນວັນເສົາ ທີ່ 4 ກໍລະກົດ 2020 ທີ່ຜ່ານມາ ເກີດມີ ຝົນຕົກໜັກ ເປັນເວລາຫຼາຍຊົ່ວໂມງ ເຮັດໃຫ້ເກີດນໍ້າຖ້ວມຮຸນແຮງ ຢູ່ແຂວງຄຸມາໂມໂຕ້ ແລະ ແຂວງ ຄາໂຄຊິມາ.

ລັດຖະບານຍີ່ປຸ່ນຕ້ອງອົບພະຍົບ ປະຊາຊົນ ສອງແສນກ່ວາຄົນ ໄປຢູ່ເຂດທີ່ປອດໄພ.

ນອກຈາກນີ້ ຍັງເກີດມີເຫດການດິນເຈື່ອນ ແລະນໍ້າໄຫຼສຸ ພັດເອົາເຮືອນຊານຂອງປະຊາຊົນໄຫຼໄປຕາມນໍ້າ ແລະ ພົບຜູ້ເສຍຊີວິດແລ້ວ ທັງໝົດ 16 ຄົນ.

ນີ້ເປັນເຫດອຸທົກກະໄພ ທີ່ເກີດຂຶ້ນຫຼາຍຄັ້ງ ໃນເຂດນີ້, ທາງການຍີ່ປຸ່ນໄດ້ສຸມທຸກກໍາລັງເພື່ອຊ່ວຍເຫຼືອແລະຟື້ນຟູ ຜົນກະທົບໃຫ້ກັບສູ່ສະພາວະປົກກະຕິໂດຍໄວ.

ທີ່ມາ: Asahi

.

.

.

.
