ຊຽງຂວາງ: ລາຍງານຈາກ 1623 ແຂວງຊຽງຂວາງ ໃຫ້ຮູ້ວ່າ ວັນທີ 04/07/2020 ເວລາ 16:32 ໄດ້ມີເຫດລົດ 6 ລໍ້ ຕໍາກັບ ລົດ10 ລໍ້ ຈຸດເກີດເຫດແມ່ນ ບ້ານ ຍວນໄຊ ເມືອງຄູນ ແຂວງຊຽງຂວາງ

ມີຜູ້ໄດ້ຮັບບາດເຈັບ 1 ຄົນ ເພດ ຊາຍ ອາຍຸ 33 ປີ, ອາການເບື້ອງຕົ້ນແມ່ນບໍ່ມີສະຕິ, ມີບາດແຜເປີດຢູ່ຕາ ແລະ ໜ້າຜາກ.

ດັ່ງນັ້ນ, ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ສາຂາແຂວງຊຽງຂວາງ ຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນໃຫ້ແກ່ຜູ້ບາດເຈັບ ແລະ ນຳສົ່ງໄປໂຮງໝໍແຂວງຊຽງຂວາງ.

ສ່ວນສາເຫດຂອງອຸບັດຕິເຫດ ທາງເຈົ້າໜ້າທີ່ກ່ຽວຂ້ອງຈະດໍາເນີນການກວດສອບຕໍ່ໄປ.

ເຕືອນໄພທຸກທ່ານເດີນທາງລະດູຝົນໃຫ້ລະມັດລະວັງ.

Leave a Reply

Your email address will not be published. Required fields are marked *