ໄພສັງຄົມ: ບັນຫາການປອມ ເຟສບຸກຄົນອື່ນ ແລ້ວນໍາໄປສ້າງຄວາມເສຍຫາຍ ໂດຍການຕົວະຕົ້ມເອົາເງິນຂອງ ບຸກຄົນອື່ນ ແມ່ນມີຫຼາຍ ໃນສັງຄົມອອນລາຍ

ຫຼ້າສຸດ, ວັນທີ່ 4 ກໍລະກົດ 2020 ຜູ່ໃຊ້ເຟສບຸກ Oh Phoilin ໄດ້ໂພສ ຂໍ້ຄວາມເຕືອນໄພ ແລະ ການຈັບກຸມ ສາວສະຫວັນນະເຂດ ທີ່ໄດ້ແອບອ້າງ ສ້າງເຟສບຸກປອມ ໂດຍ ເອົາຮູບ ແລະ ຂໍ້ມູນຂອງ ບຸກຄົນອື່ນ ໄປໃຊ້ ເພື່ອຕົ້ມຕຸນເອົາເງິນ.

ຜູ່ຖືກແອບອ້າງ ໄດ້ມີການໂພດເຕືອນ ແລະ ແຈ້ງເຈົ້າໜ້າທີ່ ຈົນສາມາດນໍາໄປສູ່ການຈັບກຸມຕົວຜູ່ກະທໍາຜິດ ໃນວັນທີ່ 4/7/2020

ສິ່ງທີ່ສໍາຄັນຄື ຜູ່ທີ່ກະທໍາຜິດ ແມ່ນເຄີຍກໍ່ເຫດ ປອມເຟສບຸກຄົນອື່ນມາແລ້ວ ແລະ ຍັງເຄີຍຖືກຈັບມາກ່ອນໜ້ານີ້, ແຕ່ບໍ່ເຂັດຫຼາບ.

ປະຈຸບັນ ຄະດີດັ່ງກ່າວແມ່ນຢູ່ໃນການ ຊັ້ນຕອນການດໍາເນີນຄະດີ.

ຜູ່ກະທໍາຜິດ

.

ຊົມເຊີຍເຈົ້າໜ້າທີ່

Leave a Reply

Your email address will not be published. Required fields are marked *