ຂປລ. ໃນວັນທີ 4 ກໍລະກົດ 2020 ນີ້ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ ໄດ້ສືບຕໍ່ໄປຢ້ຽມ ຢາມສະຖານທີ່ທ່ອງທ່ຽວ ຢູ່ເມືອງໂຂງ ແຂວງຈໍາປາສັກ. ໂດຍມີທ່ານ ນາງ ຄໍາພູ ລິດທິສັກ ເຈົ້າເມືອງໆໂຂງ ພ້ອມດ້ວຍອໍານາດປົກຄອງ ແລະ ພໍ່ແມ່ປະຊາຊົນໃຫ້ການຕ້ອນຮັບ.

ທ່ານ ນາງ ຄໍາພູ ລິດທິສັກ ໄດ້ລາຍງານສະພາບໂດຍຫຍໍ້ໃຫ້ຮູ້ວ່າ: ພາຍໃນເມືອງປະກອບມີ 114 ບ້ານ, 15 ພັນກວ່າຄອບຄົວ, ປະຊາຊົນແມ່ນຍືດຖືການກະສີກໍາປູກຝັງ, ລ້ຽງ ສັດ, ຄ້າຂາຍ ແລະ ບໍລິການທ່ອງທ່ຽວ. ເມືອງໂຂງເປັນເມືອງໜຶ່ງທີ່ມີແຫລ່ງທ່ອງທ່ຽວຫລາຍແຮງທີ່ສວຍງາມລວມທັງໝົດ 39 ແຫ່ງ, ແຫລ່ງທ່ອງທ່ຽວທໍາມະຊາດ 18 ແຫ່ງ, ແຫລ່ງທ່ອງທ່ຽວວັດທະນະທໍາ 14 ແຫ່ງ ແລະ ທ່ອງ ທ່ຽວປະຫວັດສາດ 7 ແຫ່ງ.

ໃນນັ້ນວຽກງານການທ່ອງ ທ່ຽວໄດ້ຮັບການພັດທະນາມີການຂະຫຍາຍຕົວຢ່າງຕໍ່ ເນື່ອງ, ມີໂຮງແຮມ 12 ແຫ່ງ, ເຮືອນພັກ 86 ແຫ່ງ, ຮ້ານອາ ຫານ68 ແຫ່ງ ໃນປີ 2019 ຜ່ານມາມີນັກທ່ອງທ່ຽວເຂົ້າ ມາທ່ຽວ 1 ແສນກວ່າ, ນັກທ່ອງທ່ຽວພາຍໃນ 38 ພັນກວ່າຄົນ, ນັກທ່ອງທ່ຽວຈາກຕ່າງປະເທດ 95 ພັນກວ່າຄົນ. ແຕ່ໃນປີນີ້ຍ້ອນມີການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຈໍານວນນັກທ່ອງທ່ຽວຫລຸດລົງ.

ໃນໂອກາດນີ້, ທ່ານລັດຖະມົນຕີ ກໍໄດ້ໃຫ້ກຽດໂອ້ລົມ ເຊິ່ງກ່ອນອື່ນທ່ານກໍໄດ້ຍ້ອງຍໍຊົມຕໍ່ຜົນງານ ແລະ ຜົນສໍາເລັດ ຂອງອໍານາດປົກຄອງເມືອງທີ່ຍາດມາໄດ້ ໃນການຊີ້ນໍາ-ນໍາພາທົ່ວເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມປອດໄພເປັນລະບຽບຮຽບ ຮ້ອຍໂດຍພື້ນຖານ ສະນັ້ນ ກໍໃຫ້ສືບຕໍ່ຮັກສາມູນເຊື້ອ, ສືບຕໍ່ສ້າງເມືອງໂຂງໃຫ້ກາຍເປັນແຫລ່ງທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໄດ້ຮູ້ຈັກຫລາຍຂຶ້ນ.

ພ້ອມນີ້ກໍໃຫ້ກຽມຄວາມພ້ອມໃນທຸກດ້ານໃນການຟື້ນຟູການທ່ອງທ່ຽວ ພາຍ ຫລັງທີ່ໄດ້ຮັບຜົນກະ ທົບຈາກການລະບາດຂອງພະຍາດ ໂດຍການຮັກສາຮູບແບບການທ່ອງທ່ຽວວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ ໃຫ້ປະຊາຊົນມີສ່ວນຮ່ວມ ປະກອບສ່ວນຢ່າງແຂງແຮງເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ຂອງທ້ອງຖິ່ນ.

ຈາກນັ້ນ, ໃນວັນດຽວກັນທ່ານລັດຖະມົນຕີ ກໍໄດ້ເດີນທາງໄປຢ້ຽມຢາມທ່າເຮືອນາກະລັງ, ຢ້ຽມຊົມນໍ້າຕົກຕາດຄອນພະເພັງ ແລະ ເດີນທາງໄປຢ້ຽມຢາມໂຄງການເຂື່ອນໄຟຟ້າດອນສະໂຫງ.

ຂ່າວ,ພາບ: ຂັນໄຊ