ພະຍາກອນອາກາດປະຈຳວັນທີ 04/07/2020.
ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພາດຜ່ານຢູ່ແຂວງພາກເໜືອ ຫາ ພາກກາງຂອງປະເທດລາວ, ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກໍາລັງແຮງພັດປົກຄຸມເປັນສ່ວນໃຫ່ຍ,

ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປເປັນບໍລິເວນກ້ວາງໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ພາກເໜືອ ລົງຫາ ພາກກາງ ແລະ ພາກໃຕ້,

ດັ່ງນັ້ນຈຶ່ງແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທຸກພາກສ່ວນໃຫ້ມີສະຕິຕໍ່ສະພາບຝົນຕົກໜັກ ແລະ ຝົນສະສົມ ຊຶ່ງອາດຈະເຮັດໃຫ້ເກີດມີນໍ້າຖ້ວມອັ່ງ, ແລະ ນໍ້າຖ້ວມຊຸ, ດິນເຈື່ອນ ຢູ່ບາງທ້ອງຖິ່ນແຂວງດັ່ງກ່າວ ແລະ ໃຫ້ຕິດຕາມສະພາບອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

.

.

.

ພະຍາກອນສະພາບອາກາດສຳຫຼັບນະຄອນຫຼວງວຽງຈັນ, ປະຈຳວັນທີ 04 ກໍ​ລະ​ກົດ 2020

ພະ​ຍາ​ກອນ​ລະ​ດັບ​ນ້ຳ​ຂອງ ແລະ ສາ​ຂາ​ແມ່​ນ້ຳ​ຂອງ ປະຈໍາ​​ວັນ​ທີ 04 ກໍ​ລະ​ກົດ 2020

.

Leave a Reply

Your email address will not be published. Required fields are marked *