ນະຄອນຫຼວງວຽງຈັນ: 1624 ແຈ້ງໃຫ້ຮູ້ວ່າ ໃນວັນທີ 04/07/2020 ເວລາ 00:40 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີອຸບັດຕິເຫດຕຳແລ້ວໜີ ຢູ່ບ້ານ ຫ້ວຍຫົງ ເມືອງ ຈັນທະບູລີ ແຂວງນະຄອນຫຼວງວຽງຈັນ

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ) ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 01 ຄົນ ເປັນເພດຊາຍ.

ອາການເບື້ອງຕົ້ນແມ່ນ : ມີບາດແຜຈີກຢູ່ຄາງ ແລະ ປາກແຕກ ບາດແຜຖະຫຼອກຕາມຕົນໂຕ.ພວກເຮົາຈື່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍ 150 ຕຽງ ເພື່ອໄປປີ່ນປົວ.

ລົດທີ່ຖືກຕໍາແມ່ນລົດຈັກ ທະບຽນ ກໍາແພງນະຄອນ ຈສ 0916. ສ່ວນລົດໃຫຍ່ທີ່ຕໍາແມ່ນໜີ, ແຕ່ບໍ່ແມັກເຮ່ຍຢູ່ຈຸດເກີດເຫດ 1 ອັນ. ເຈົ້າໜ້າທີ່ຈະດໍາເນີນການຕາມຫາ ມາສືບສວນຕໍ່ໄປ.

ລໍ້ແມັກລົດໃຫຍ່ທີ່ເຮ່ຍ

ອຸປະຕິເຫດສຸກເສີນໂທ : 🚑 1624 🚑

ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ

  • ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
  • ອຸປະກອນການແພດຕ່າງໆ
    ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ທີມກູ້ຊີບກູ້ໄພນະຄອນຫຼວງ 1624

.

.

.

.

Leave a Reply

Your email address will not be published. Required fields are marked *