ແຂວງວຽງຈັນ: ວັນທີ່ 2 ກໍລະກົດ 2020 ຜ່ານມາ ເວລາ 22:05 ໂມງຫນ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ສາຂາແຂວງວຽງຈັນ ເມືອງວັງວຽງ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ 1623 ວ່າມີເຫດ ຕຳແລ້ວຫນີ ຈຸດເກີດເຫດບ້ານວັງວຽງ ເມືອງວັງວຽງ ແຂວງວຽງຈັນ ຜູ້ເສຍຊີວິດ ເພດຍິງ ອາຍຸ 49 ປີ ບ້ານໂພນສະຫວັນ ເມືອງຫີນເຫີບ ແຂວງວຽງຈັນ ອາການເບື້ອງຕົ້ນແມ່ນກະທົບຫົວ (ບໍ່ມີສະຕິ) ດັ່ງນັ່ນຫນ່ວຍກູ້ໄພຈຶ່ງໄດ້ທຳການກະຕຸ້ນຄົນເຈັບ CPR ແຕ່ບໍ່ມີການຕອບສະຫນອງໃດໆ

ດັ່ງນັ່ນຫນ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ສາຂາເມືອງວັງວຽງ ຈຶ່ງໄດ້ທຳການປະສານງານຫາເຈົ້າໜ້າທີ່ ແລະ ໄດ້ເກັບມ້ຽນສົບຜູ້ເສຍຊີວິດແລ້ວນຳສົ່ງໄປບ້ານຜູ້ເສຍຊີວິດ ບ້ານໂພນສະຫວັນ ເມືອງຫີນເຫີບ ແຂວງວຽງຈັນ ທາງພວກເຮົາຕ້ອງຂໍສະແດງຄວາມເສຍໃຈດ້ວຍ

ເຈັບປ່ວຍສຸກເສີນແຈ້ງທີ່ເບີ1623 ຫຼື 0305551623

.

Leave a Reply

Your email address will not be published. Required fields are marked *