ນະຄອນຫຼວງວຽງຈັນ: ວັນທີ 03/07/2020 ເວລາ 00:05 ໂມງ. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດໃຫຍ່ປີ້ນ.

ໜ່ວຍກູ້ໄພອອກກວດສອບເຫດພົບວ່າມີຄົນເຈັບ 1 ຄົນເປັນເພດຊາຍ ອາຍຸ 16 ປີ ອາຊີບນັກຮຽນ ບ້ານນາສ້ຽວ ເມືອງນາຊາຍທອງ ແຂວງນະຄອນຫລວງ.

ອາການເບື້ອງຕົ້ນແມ່ນມີບາດແຜຕາມໃບຫນ້າ,ກະທົບຫົວ (ບໍ່ມີສະຕິ).

ດັ່ງນັ້ນໜ່ວຍກູ້ໄພມູນນິທິຈຶ່ງໄດ້ທຳການປະຖົມພາຍາບານຂັ້ນເບື້ອງຕົ້ນໃຫ້ຄົນເຈັບແລ້ວນຳສົ່ງໄປໂຮງຫມໍ 150 ຕຽງ.

ອຸທາຫອນແກ່ ຜູ້ປົກຄອງ ບໍ່ຄວນອາຍຸຍາດໃຫ້ເດັກ ບໍ່ທັນຄົບອາຍຸກະສຽນ 18 ປີ ຂັບລົດໃຫຍ່.