ກອງປະຊຸມທາບທາມ ແລະ ປະກອບຄຳເຫັນໃສ່ຮ່າງດຳລັດນາມມະຍົດນັກຂ່າວ ຈັດຂຶ້ນຕອນເຊົ້າວັນທີ 3 ກໍລະກົດ 2020 ທີ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ

ພາຍໃຕ້ການເປັນປະທານຂອງ ທ່ານ ສະຫວັນຄອນ ຣາຊະມົນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໂດຍມີຫົວໜ້າກົມ, ຮອງກົມ, ຜູ້ແທນສະຖາບັນຕ່າງໆ ທົ່ວກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວເຂົ້າຮ່ວມ.


ດໍາລັດນາມມະຍົດວ່າດ້ວຍນັກຂ່າວປະກອບມີ 6 ໝວດ, 16 ມາດຕາ, ໝວດທີ 1 ໄດ້ກໍານົດຫຼັກການ, ລະບຽບການ ແລະເງື່ອນໄຂໃນການມອບນາມມະຍົດໃຫ້ນັກຂ່າວ, ເພື່ອເປັນການຊຸກຍູ້, ເສີມຂະຫຍາຍບົດບາດ ແລະຍົກສູງຄຸນນະພາບສື່ມວນຊົນ ເພື່ອຈາລຶກຄຸນງາມຄວາມດີ ແລະຜົນງານອັນດີເດັ່ນຂອງສື່ມວນຊົນລາວທຸກຂະແໜງ ທີ່ໄດ້ປະກອບ ສ່ວນເຂົ້າໃນການປະຕິບັດໜ້າທີ່ຂອງຕົນ ໃນຖານະເປັນນັກຮົບດ້ານຖະແຫລງຂ່າວ. ໝວດທີ 2 ແມ່ນການແບ່ງຂັ້ນນາມມະຍົດນັກຂ່າວ ແລະ ເປົ້າໝາຍຜູ້ທີ່ຈະຮັບນາມມະຍົດ, ໝວດທີ 3 ເງື່ອນໄຂຂອງນັກຂ່າວທີ່ໄດ້ຮັບນາມມະຍົດ, ໝວດທີ 4 ການສະເໜີ ແລະ ນະໂຍບາຍຜູ້ທີ່ໄດ້ຮັບນາມມະຍົດ, ໝວດທີ 5 ວ່າດ້ວຍມາດຕະການຖອດຖອນນາມມະຍົດ, ແລະການຈັດຕັ້ງປະຕິບັດ.

ພາຍຫຼັງຄະນະຮັບຜິດຊອບ ສະເໜີເນື້ອໃນດຳລັດວ່າດ້ວຍນາມມະຍົດນັກຂ່າວແລ້ວ ຜູ້ແທນກອງປະຊຸມໄດ້ຮ່ວມກັນປະກອບຄຳຄິດຄຳເຫັນໃສ່ແຕ່ລະໝວດ, ແຕ່ລະມາດຕາ, ປະໂຫຍກ, ຄຳສັບ ເພື່ອໃຫ້ດໍາລັດສະບັບນີ້ມີເນື້ອໃນອຸດົມສົມບູນ, ຖືກຕ້ອງ, ຮັດກຸມ ແລະ ສາມາດນຳໃຊ້ໄດ້ໃນອານາຄົດ, ຈາກນັ້ນປະທານກອງປະຊຸມໄດ້ມີຄຳເຫັນ ແລະ ສະຫຼຸບສັງລວມຜົນຂອງກອງປະຊຸມຄັ້ງນີ້ຢ່າງເປັນທາງການ.

Leave a Reply

Your email address will not be published. Required fields are marked *