ບໍ່ແກ້ວ: ໃນວັນທີ 1 ກໍລະກົດ 2020 ທາງພະແນກ ຕມ ປກສ ແຂວງບໍ່ແກ້ວ ໄດ້ນໍາ-ສົ່ງ ຄົນຕ່າງປະເທດສັນຊາດຈີນ ຈໍານວນ 19 ຄົນ ທີ່ລັກລອບເຂົ້າເມືອງຜິດກົດໝາຍ ໃຫ້ກັບເຈົ້າໜ້າທີ ຕໍາຫຼວດ ສປ ຈີນ ທີ່ ດ່ານ ຕມ ສາກົນ ບໍຫານ ເມືອງຫຼາ ແຂວງ ຈິງຫົງ ສປ ຈີນ.

ໃນພິທີມອບ-ຮັບຄັ້ງນີ້ ເຈົ້າໜ້າທີ່ ຝ່າຍລາວນໍາພາໂດຍ ທ່ານ ພັທ ສົມປອງ ແກ້ວປັນຍາ ຫົວໜ້າພະແນກ ຕມ ປກສ ແຂວງບໍ່ແກ້ວ, ທ່ານ ຮທ ສຸກສາລີ ໄຊໂສດາ ວິຊາການ ຕມ, ເຈົ້າໜ້າທີ່ ຝ່າຍ ສປ ຈີນ ນໍາພາໂດຍ ທ່ານ ເຊິງຊູ່ເພິ່ງ ຮອງຫົວໜ້າໜ່ວຍງານລາດຕະເວນ, ທ່ານ ເຈ່ຍລີ ວິຊາການໜ່ວຍງານ ລາດຕະເວນ.

ໂດຍທາງລາວເຮົາສົ່ງມອບໃຫ້ເຈົ້າໜ້າທີ່ຈີນນຳເອົາພົນລະເມືອງຈຳນວນ 19 ຄົນດັ່ງກ່າວກັບຄືນ ເພື່ອສືບຕໍ່ສຶກສາອົບຮົມໃຫ້ພວກກ່ຽວຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ກົດໝາຍການເຂົ້າ-ອອກເມືອງ ຖ້າພວກກ່ຽວຫາກຍັງມີການເຄື່ອນໄຫວການກະທຳຜິດໃນຄັ້ງໜ້າ ທາງເຈົ້າໜ້າທີ່ ພວກເຮົາຈະດຳເນີນຕາມລະບຽບກົດ ໝາຍຂອງ ສປປ ລາວ ຢ່າງເຂັ້ມງວດ.

ລາຍງານໂດຍ: ປກສ ແຂວງບໍ່ແກ້ວ

Leave a Reply

Your email address will not be published. Required fields are marked *