ໄຊສົມບູນ: ລາຍງານຈາກປະຊາຊົນ ໃຫ້ຮູ້ວ່າ ໃນເຊົ້າວັນທີ່ 3 ກໍລະກົດ 2020 ຝົນຕົກໜັກ ນໍ້າໄດ້ໄຫຼເຂົ້າຖ້ວມຫຼາຍເຂດ ບ້ານສີບຸນເຮືອງ ເມືອງທ່າໂທມ, ແຂວງໄຊສົມບູນ.

ນໍ້າໄຫຼຖ້ວມ ບ້ານສີບຸນເຮືອງ ເມືອງທ່າໂທມ

ຄວາມເສຍຫາຍຂອງນໍ້າໄຫຼຖ້ວມຄັ້ງນີ້ຍັງບໍ່ຊາບ, ແຕ່ບໍ່ມີລາຍງານຜູ່ບາດເຈັບ ຫຼືເສຍຊີວິດ.

ນໍ້າໄຫຼຖ້ວມ ບ້ານສີບຸນເຮືອງ ເມືອງທ່າໂທມ

ທາງການກໍ້ໄດ້ອອກມາແຈ້ງເຕືອນ ຝົນຕົກໜັກລະຫວ່າງ 3-7 ກໍລະກົດ ໃນທຸກພາກຂອງປະເທດລາວ.

ແຈ້ງເຕືອນໄພລະວັງຝົນຕົກໜັກ ສະບັບທີ 2 ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ. ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າ ໄດ້ພາດຜ່ານຢູ່ພາກເໜືອຫາພາກກາງ ຂອງ ສປປ ລາວ ພ້ອມດຽວກັນ ລົມມໍລະສົມຸຕາເວັນຕົກສ່ຽງໃຕ້ ມີກໍາລັງແຮງເພີ່ມຂຶ້ນ ໃນໄລຍະວັນທີ່ 3-5 ກໍລະກົດ ນີ້ ຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງຟ້າເຫຼື້ອມເປັນບໍລິເວນກ້ວາງ ແລະ ຕົກໜັກ ພ້ອມທັງມີລົມແຮງເປັນບາງໂອກາດ ຈຶ່ງເຕືອນມາຍັງປະຊາຊົນບັນດາເຜົ່າ ທີ່ອາໃສຢູ່ແຂວງ ຫຼວງພະບາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ໃຫ້ມີສະຕິ ລະວັງໂຕ ຕໍ່ສະພາບຝົນຕົກໜັກດັ່ງກ່າວ ອາດມີດິນເຈື່ອນ ນໍ້າຖ້ວມຊຸ ແລະ ນໍ້າຖ້ວມອັ່ງ ແລະ ໃຫ້ຕິດຕາມສະພາບອາກາດ ຈາກກົມອຸຕຸ ໃນໄລຍະ 1-2 ວັນຂ້າງໜ້າຕື່ມ.

.

ນໍ້າໄຫຼຖ້ວມ ບ້ານສີບຸນເຮືອງ ເມືອງທ່າໂທມ

.

ນໍ້າໄຫຼຖ້ວມ ບ້ານສີບຸນເຮືອງ ເມືອງທ່າໂທມ

.

ນໍ້າໄຫຼຖ້ວມ ບ້ານສີບຸນເຮືອງ ເມືອງທ່າໂທມ

ຄລິບນໍ້າໄຫຼຖ້ວມ ບ້ານສີບຸນເຮືອງ ເມືອງທ່າໂທມ

Leave a Reply

Your email address will not be published. Required fields are marked *