ມຽນມາ: ຈາກເຫດການສະເທືອນໃຈ ທີ່ເໝືອງຂຸດຄົ້ນບໍ່ແຮ່ (ຫຍົກ) ທີ່ ປະເທດມຽນມາ ໃນວັນທີ່ 2 ກໍລະກົດ 2020 ຜ່ານມາ.

ຈຸດເກີດເຫດ ແມ່ນເມືອງ Hpakant ທີ່ລັດ Kachin ປະເທດມຽນມາ.

ລາຍງານຈາກທາງການ ມຽນມາ ໃນຕອນເຊົ້າວັນທີ່ 3 ກໍລະກົດ 2020 ແມ່ນພົບຮ່າງຜູ່ເສຍຊີວິດແລ້ວ 168 ຄົນ ແລະ ຜູ່ບາດເຈັບ 64 ຄົນ. ສ່ວນຜູ້ສູນຫາຍ ອີກເທົ່າໃດນັ້ນ ແມ່ນຫຍັງບໍ່ມີຕົວເລກຊັດເຈນ. ເຊິ່ງຄາດການວ່າ ຜູ່ເສຍຊີວິດອາດ ຫຼາຍກວ່າ 200 ຄົນ.

ທາງການມຽນມາ ວັງໃຫ້ຂໍ້ມູນວ່າ, ໃນໄລຍະລະດູຝົນ ໄດ້ມີແຈ້ງການ ໃຫ້ຢຸດຕິ ການຂຸດຄົ້ນບໍ່ແຮ່ ແຕ່ວັນທີ່ 1 ກໍລະກົດ ຫາ 30 ກັນຍາ 2020. ແຕ່ຍັງມີແຮງງານເຖື່ອນ ທີ່ມາລັກລອບ ຂຸດຄົ້ນແຮ່ ຈົນເກີດເຫດສະຫຼົດດັ່ງກ່າວ.
ການຄົ້ນຫາຜູ່ເສຍຊີວິດແມ່ນພົບຄວາມລໍ້າບາກຫຼາຍ ເພາະສະພາບດິນຕົມ ແລະ ຝົນຕົກ, ປະຈຸບັນທາງການມຽນມາ ແມ່ນສຸມທຸກກໍາລັງ ເຂົ້າກູ້ໄພ ຄັ້ງນີ້.

ຄລິບຕອນເກີດເຫດ
.

.

.
