ຕອນເຊົ້າຂອງວັນທີ່ 3 ກໍ່ລະກົດ 2020 ນີ້ ຫ້ອງການສາທາລະນະສຸກ ເມືອງໂພນທອງ ໄດ້ຈັດພິທີເປີດຂະບວນການຕ້ານໄຂ້ຍຸງລາຍ ຢູ່ເດີນໂຮງຮຽ ມສ ໂພນທອງ ມີ ທ່ານ ທອງດີ ດວງພະຈັນ ຮອງເລຂາພັກໂພນທອງ, ທ່ານ ສົງກາ ຈິດຕະວົງ ຮອງຫົວໜ້າຫ້ອງການ ສາທາລະນະສຸກເມືອງ, ພ້ອມດ້ວຍພະນັກງານ, ທະຫານ-ຕໍາຫຼວດ ແລະປະຊາຊົນນ້ອງນ້ອຍນັກຮຽນໂຮງຮຽນ ມສ ໂພນທອງ ຊັ້ນມໍ6-ຊັ້ນມໍ7 ເຂົ້າຮ່ວມ.

Image may contain: 15 people, people standing, sky, outdoor and nature
Image may contain: 3 people, text

ພິທີ ທ່ານ ສົງກາ ຈິດຕະວົງ ໄດ້ລາຍງານວ່າ: ປະຈຸບັນ ເມືອງໂພນທອງ ມີພື້ນທີ່ຄວາມສ່ຽງການລະບາດຂອງພະຍາດໄຂ້ຍຸງລາຍ ກວມ 20% ຜ່ານມາກວດພົບຜູ້ຕິດເຊື້ອແລ້ວ 2 ກໍລະນີ. ຈາກນັ້ນ ທ່ານ ທອງດີ ດວງພະຈັນ ໄດ້ຮຽກຮ້ອງມາເຖິງພະນັກງານ ທະຫານ,ຕຳຫຼວດ,ນັກຮຽນນັກສຶກສາ ແລະພໍແມ່ປະຊາຊົນທົ່ວເມືອງໂພນທອງ ຈົ່ງເອົາໃຈໃສ່ປະຕິບັດ 5 ປ ຂອງກະຊວງສາທາລະນະສຸກວາງອອກ ຄື: ປິດ​ຝາ​ພາຊະນະ​ທີ່​ເກັບ​ນ້ຳ​ໃນເຮືອນ ແລະ ນອກ​ເຮືອນ ເພື່ອ​ບໍ່ໃຫ້​ຍຸງ​ມາ​ໄຂ່​ໃສ່, ປ່ຽນ​ນ້ຳ​ໃນ​ພາຊະນະ ເຊັ່ນ: ເຕົ້າ​ດອກ​ໄມ້ ຖ້ວຍຮອງ​ຕີນ​ຕູ້ ຖ້ານ​ຮອງ​ຈອກ​ນ້ຳ, ປ່ອຍ​ປາ​ຫາງ​ນົກ​ຍຸງເພື່ອ​ກິນໜອນ​ນ້ຳ, ປັບປຸງ​ ອະນາໄມ ສິ່ງແວດລ້ອມ​ອ້ອມ​ເຮືອນ​ບໍ່​ໃຫ້​ມີກະໂປະກະ​ປ໋ອງ ຢາງ​ຕີນລົດ​ເກົ່າທີ່​ມີ​ນ້ຳ​ຂັງ ແລະປະຕິບັດ​ໃຫ້​ເປັນ​ນິໄສປະຈຳ​ທຸກໆ​ອາທິດ, ຈາກນັ້ນ ໄດ້ພ້ອມກັນສ້າງຂະບວນອານາໄມເກັບຂີ້ເຫຍື່ອ,ຖາງຫຍ້າ, ທໍາລາຍຈຸດທີ່ມີຄວາມສ່ຽງຕໍ່ການວ່າງໄຂ່ຂອງຍຸງລາຍ ຢ່າງເປັນຂະບວນການຝົດຟືນ.

Image may contain: 3 people, people standing, people walking and outdoor
Image may contain: 3 people, people standing, outdoor and nature

ຂ່າວ: ສົມເພັດ ໄຊມີກອນ ນັກຂ່າວເມືອງໂພນທອງ.

Leave a Reply

Your email address will not be published. Required fields are marked *