ເຕືອນໄພສັງຄົມ ຈາກຜູ່ໃຊ້ເຟສບຸກ Soo Lee Yong ທີ່ໄດ້ໂພດຂໍ້ຄວາມພ້ອມຄລິບ ເຫດໂຈນກໍາລັງລັກເອົາໝໍ້ໄຟ ລົດໃຫຍ່. ເຊິ່ງຜູ່ກ່ຽວໄດ້ເຕືອນວ່າ: ເຕືອນໄພສັງຄົມ, ແຊຊ່ວຍກັນເດີ, ເປັນຕົ້ນແມ່ນບັນດາເຮືອນຢູ່ແຄມທາງ ຈອດລົດຢູ່ຫນ້າບ້ານ, 2 ໂມງມື້ຄືນນີ້ (ຄືນວັນທີ 1 ກໍລະກົດ 2020) ມີໂຈນມາລັກຫມໍ້ໄຟລົດ ຂອງລູກຊາຍ ຢູ່ແຖວບ້ານວຽງຈະເລີນ, ທູກຄົນຕ້ອງມີສະຕິເດີ, ສົ່ງຂ່າວໄປຫາ ພໍ່ແມ່ໂຈນ ຮູ້ວ່າລູກໂຕເອງ ເປັນໂຈນແລ້ວ ຄວນເອົາໄປມອບໂຕໃຫ້ເຈົ້າຫນ້າທີ່ ສຶກສາອົບຮົມ, ຢ່າປ່ອຍໃຫ້ລູກ ເປັນໄພສັງຄົມຕໍ່ໄປ.

ທ່ານຈະເຫັນວ່າ ໂຈນໄດ້ໃຊ້ເວລາລັກແມ່ນບໍ່ຮອດ 1 ນາທີກໍ່ເອົາໄປໄດ້ແລ້ວ. ດັ່ງນັ້ນຂໍໃຫ້ລະມັດລະວັງ ແລະ ຈອດລົດ ໃຫ້ປອດໄພ.

ຄລິບຕອນໂຈນລົງມືລັກ

Leave a Reply

Your email address will not be published. Required fields are marked *