ສະພາແຫ່ງຊາດແຈ້ງໃຫ້ຮູ້ວ່າ: ລັດຖະບານໄດ້ເອົາໃຈໃສ່ຢ່າງຕັັ້ງໜ້າໃນການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ກ່ຽວກັບການຄຸ້ມຄອງການຂຸດຄົ້ນແຮ່ທາດ ຊຶ່ງ ມີ 885 ກິດຈະການ ໃນທົ່ວປະເທດ.
ທ່ານ ບຸນປອນ ສີສຸລາດ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ລາຍງານຕໍ່ສະມາຊິກສະພາແຫ່ງຊາດ ທີ່ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດວ່າ: ລັດຖະບານໄດ້ເອົາໃຈໃສ່ຢ່າງຕັັ້ງໜ້າໃນການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ໂດຍສະເພາະແຮ່ທາດ, ຫິນຜາ, ຫິນແຮ່ ແລະ ຊາຍ ຊຶ່ງໄດ້ສ້າງ ແລະ ປັບປຸງກົດໝາຍ ລວມທັງນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງຫຼາຍສະບັບ ເປັນຕົ້ນ: ກົດໝາຍວ່າດ້ວຍແຮ່ທາດ, ກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ, ກົດໝາຍ ວ່າດ້ວຍການປົກປັກຮັກສາ ສິ່ງແວດລ້ອມ, ກົດໝາຍ ວ່າດ້ວຍການກໍ່ສ້າງ, ລັດຖະບັນຍັດປະທານປະເທດ ວ່າດ້ວຍອັດຕາຄ່າຊັບພະຍາກອນທໍາມະຊາດ.


ທ່ານ ບຸນປອນ ໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ: ນອກນັ້ນ, ຄະນະປະຈໍາສະພາແຫ່ງຊາດໄດ້ລົງຕິດຕາມ ກວດກາ ການຈັດຕັັ້ງປະຕິບັດກົດໝາຍ ກ່ຽວກັບວຽກງານແຮ່ທາດ, ແນໃສ່ ເຮັດໃຫ້ການອະນຸຍາດ, ການຄຸ້ມຄອງ ແລະ ການຕິດຕາມກວດກາການດໍາເນີນກິດຈະການດັ່ງກ່າວໃຫ້ຖືກຕ້ອງຕາມກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ, ທັງຮັບປະກັນການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ທີີ່ມີຈໍາກັດ.

![PANTIP.COM : E9230653 ไปดูการขุดค้นทองในลาวกันค่ะ [บันทึกนักเดินทาง]](https://w.pantip.com/cafe/blueplanet/topic/E9230653/E9230653-5.jpg)
ຮອດປັດຈຸບັນນີ້ ມີ 885 ກິດຈະການກ່ຽວກັບການຂຸດຄົ້ນແຮ່ທາດ ລວມທັງ ຫິນຜາ, ຫິນແຮ່ ແລະ ຊາຍ ໃນຂອບເຂດທົ່ວປະເທດ ທີ່ສູນກາງ ແລະ ທ້ອງຖິ່ນ ອະນຸຍາດ ແລະ ຍັງດໍາເນີນການຢູ່ ໃນປັດຈຸບັນ, ໃນນີ້ ສູນກາງອະນຸຍາດ ມີ 320 ກິດຈະການ ຊຶ່ງ ຢູ່ໃນຂັັ້ນຕອນຊອກຄົົ້ນ ແລະ ສໍາຫຼວດ 113 ກິດຈະການ, ຂັັ້ນຕອນສຶກສາບົດວິພາກເສດຖະກິດ-ເຕັກນິກ 65 ກິດຈະການ ແລະ ກິດຈະການທີ່ຢູ່ໃນຂັັ້ນຕອນຂຸດຄົ້ນ ແລະ ປຸງແຕ່ງມີທັງໝົດ 142 ກິດຈະການ. ນອກນັັ້ນ ຂັັ້ນທ້ອງຖິ່ນ (ຂະແໜງພະລັງງານ ແລະ ບໍ່ແຮ່) ໄດ້ອະນຸຍາດ ໃຫ້ຂຸດຄົ້ນແຮ່ທາດອະໂລຫະສໍາລັບການກໍໍ່ສ້າງ ແລະ ອຸດສາຫະກໍາ ມີ 565 ກິດຈະການ.
ຂ່າວ: ວຽງຈັນທາຍ