ຕາມລາຍງານຂອງໜັງສືພິມແນວໜ້າຂອງໄທໃຫ້ຮູ້ວ່າ ໃນວັນເວລາ 19:00 ຂອງວັນທີ 1 ກໍລະກົດ 2020 ເຈົ້າໜ້າທີ່ດ່ານກວດກາຄົນເຂົ້າ-ອອກເມືອງຢູ່ຈັງຫວັດອຸບົນລາດຊະທານີ ໄດ້ພາກັນແຕ່ງຕົວທັງໃນ ແລະນອກເຄື່ອງແບບອອກກວດກາຕາມປົກກະຕິ.

ໃນເວລາດຽວກັນນີ້ໄດ້ເຫັນເຮືອລຳໜຶ່ງແລ່ນມາຈອດຢູ່ຝັ່ງໄທຈິ່ງສະແດງຕົວເຂົ້າຈັບກຸມ ພົບວ່າມີຍິງ-ຊາຍຊາວລາວຈຳນວນ 21 ຄົນຢູ່ໃນນັ້ນມີເດັກນ້ອຍ 6 ຄົນ ຜູ້ໃຫຍ່ 15 ຄົນ ທັງໝົດລັກລອບນັ່ງເຮືອຫາງຍາວມາຂ້າມຂອງໄປປະເທດໄທໂດຍບໍ່ໄດ້ຮັບອະນຸຍາດ.

ເຈົ້າໜ້າທີ່ໄດ້ເຂົ້າຈັບກຸມໄດ້ໃນສວນມັນຕົ້ນຂອງໝູ່ບ້ານລາດຈະເລີນ ອຳເພີເຂັມມະຣາດ ຈັງຫວັດອຸບົນຣາດຊະທານີ ຈາກການສອບຖາມຮູ້ວ່າ ທັງໝົດ 21 ຄົນນັ້ນເດີນທາງມາຈາກເມືອງຊະນະສົມບູນແຂວງຈຳປາສັກ ນະຕອນນັ້ນແມ່ນກຳລັງລໍຖ້າລົດມາຮັບໄປຂາຍແຮງງານຢູ່ກຸງເທບ ແຕ່ຖືກຈັບກ່ອນ.

ຜູ້ຖືກຈັບກຸມຍັງໃຫ້ການສາລະພາບວ່າພວກຕົນໄດ້ເສຍເງິນຄ່ານາຍໜ້າໃຫ້ທັງນາຍໜ້າໄທ ແລະນາຍໜ້າລາວເປັນ 5.400 ບາດຕໍ່ຄົນ ໃນນັ້ນແຍກເປັນ ຄ່າເຮືອ 2.200 ບາດ ແລະຄ່າລົດ 3.200 ບາດ.

ຊາວລາວທີ່ຖືກຈັບກຸມຍັງບອກອີກວ່າ ທີ່ຕັດສິນໃຈລັກລອບຂ້າມຂອງມາກໍ່ຍ້ອນຄວາມທຸກຈົນພື້ນທີ່ນາແຫ້ງແລ້ງ ບໍ່ມີແນວຈະກິນຈະໃຊ້ຈິ່ງຕັດສິນໃຈຫອບເອົາລູກເມຍໜີມາຂາຍແຮງງານຢູ່ເມືອງໄທຕາມຄຳບອກກ່າວຂອງນາຍໜ້າຄົນໄທວ່າ ປະເທດໄທເປີດໃຫ້ຊາວລາວເຂົ້າມາຂາຍແຮງງນໄດ້ຕາມປົກກະຕິແລ້ວ ແຕ່ສຸດທ້າຍຖືກລອກເອົາຊື່ໆ.

Leave a Reply

Your email address will not be published. Required fields are marked *