ໃນວັນທີ 2 ກໍລະກົດ 2020 ທ່ານ ດຣ. ສີສະຫວາດ ສູດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຕາງໜ້າໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ກ່າວໃນພິທີຖະແຫລງຂ່າວວ່າ: ສປປ ລາວ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມເປັນເວລາ 81 ວັນຕິດຕໍ່ກັນ.
ໃນວັນທີ 01 ກໍລະກົດ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 478 ຄົນ, ໃນນັ້ນ ມີ ແຮງງານລາວກັບມາແຕ່ໄທ 416 ຄົນ ແລະ ບຸກຄົນທົ່ວໄປ 62 ຄົນ, ຜົນກວດທັງໝົດແມ່ນບໍ່ພົບເຊື້ອ ໝາຍຄວາມວ່າ ໃນວັນທີ 01 ກໍລະກົດ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ສໍາລັບການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 01 ກໍລະກົດ 2020 ຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດ ມີຜູ້ເດີນທາງເຂົ້າມາທັງໝົດ 2.086 ຄົນ ໃນນັ້ນຈຸດຜ່ານດ່ານລາວ-ໄທ 1.141 ຄົນ (ແຮງງານລາວ ກັບມາແຕ່ໄທ 475 ຄົນ), ຈຸດຜ່ານດ່ານລາວ-ຈີນ 18 ຄົນ (ທັງໝົດແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ), ຈຸດຜ່ານດ່ານລາວ-ຫວຽດນາມ 657 ຄົນ (ນັກສືກສາລາວ 26 ຄົນ ຜ່ານດ່ານນໍ້າພາວ, ແຂວງບໍລິຄໍາໄຊ ແລະ ດ່ານນໍ້າກັ່ນ, ແຂວງຊຽງຂວາງ, ເຫລືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ). ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວ ຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນໍາສົ່ງໄປຫາສະຖານທີ່ ຈໍາກັດບໍລິເວນ ທີ່ກໍານົດໄວ້ຈົນກວ່າຈະຄົບກໍານົດ 14 ວັນ.

Image may contain: 1 person, sitting and text

ພ້ອມນີ້, ທ່ານ ດຣ. ສີສະຫວາດ ສູດທານີລະໄຊ ຍັງໄດ້ຮຽກຮ້ອງໃຫ້ທຸກຄົນ ບໍ່ຄວນປະໝາດ ເພື່ອສະກັດກັ້ນ ການລະບາດຂອງພະຍາດ COVID-19 ບໍ່ໃຫ້ກັບຄືນມາຮອບໃໝ່ ແລະ ຮຽກຮ້ອງມາຍັງບັນດາທຸກຊັ້ນຄົນໃນສັງຄົມ ຈົ່ງປະຕິບັດຢ່າງເຄັ່ງຄັດ ຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 697/ຫສນຍ, ລົງວັນທີ 30 ມິຖຸນາ 2020. ພ້ອມກັນນັ້ນ, ກໍ່ໃຫ້ປະຕິບັດວິທີປ້ອງກັນການຕິດເຊື້ອ ຢ່າງເຂັ້ມງວດ ເປັນຕົ້ນ ແມ່ນ ການປະຕິບັດຫລັກການອະນາໄມ, ການທໍາຄວາມສະອາດຂ້າເຊື້ອພະຍາດ ຢູ່ສະຖານທີ່ບໍລິການ, ການແທກອຸນຫະພູມຮ່າງກາຍ, ການລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫລື ໃຊ້ເຈວລ້າງມື, ການປະຕິບັດໄລຍະຫ່າງທາງສັງຄົມ, ບໍ່ໃຫ້ມີການແອອັດ, ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫລື ໄປສະຖານທີ່ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ ທັງໝົດນີ້ໃຫ້ກາຍເປັນຄວາມຊິນເຄີຍ ໃນວີຖີຊີວິດແບບໃໝ່.

Leave a Reply

Your email address will not be published. Required fields are marked *