ໃນໄລຍະ 6 ເດືອນຕົ້ນປີ 2020 ຜ່ານມານີ້, ດ່ານພາສີສາກົນ ນໍ້າເງິນ ແຂວງ ໄຊຍະບູລີ ສາມາດເກັບລາຍຮັບລື່ນແຜນການຄືເກັບໄດ້ທັງໝົດ 144 ຕື້ກວ່າກີບ, ເທົ່າກັບ 53,82% ຂອງແຜນການປີ.

Image may contain: 1 person

ທ່ານ ສອນເພັດ ຜົນວິຈິດ ຫົວໜ້າດ່ານພາສີສາກົນ ນໍ້າເງິນ ແຂວງໄຊຍະບູລີ-ແຂວງນ່ານ ໄດ້ໃຫ້ຮູ້ວ່າ: ໄລຍະ 6 ເດືອນຕົ້ນປີນີ້ ພວກເຮົາໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານຫຼັກແຫຼ່ງພາຍໃນດ່ານ ເປັນຕົ້ນແມ່ນດ້ານການເມືອງແນວຄິດ, ດ້ານວຽກງານວິຊາສະເພາະ ເຫັນວ່າພາຍໃນດ່ານສາກົນນໍ້າເງິນມີຄວາມສະຫງົບໂດຍພື້ນຖານ, ວຽກງານວິຊາສະເພາະໄດ້ມີການປັບປຸງແກ້ໄຂຫຼາຍດ້ານ; ການບໍລິການພາຍໃນດ່ານມີຄວາມສະດວກ, ວ່ອງໄວ ແລະ ຮັບປະກັນດ້ານລະບຽບກົດໝາຍ; ການສົ່ງອອກ-ນໍາເຂົ້າສິນຄ້າ ເຫັນວ່າມີບາງຊະນິດສິນຄ້າໄດ້ເພີ່ມຂຶ້ນ, ເຊິ່ງການຈັດເກັບລາຍຮັບເຂົາງົບປະມານປະຈໍາປີນີ້ເປັນປີທີ່ທ້າທາຍຫຼາຍຢ່າງ ຖ້າທຽບໃສ່ຕົວເລກແຜນການທີ່ໄດ້ຮັບມອບໝາຍໃຫ້,ບວກກັບການລະບາດຂອງພະຍາດ ໂຄວິດ-19, ອັນໄດ້ສົ່ງຜົນກະທົບໂດຍກົງຕໍ່ກັບການເກັບລາຍຮັບ, ແຕ່ຍ້ອນຄວາມບຸກບືນ ແລະ ເອົາໃຈໃສ່ຊີ້ນໍາ-ນໍາພາຂອງຄະນະດ່ານແຕ່ລະສະຫາຍ ແລະ ຄວາມໃກ້ຊິດຕິດແທດຂອງການນໍາແຂວງທີ່ໄດ້ໃຫ້ທິດຊີ້ນໍາເປັນປະຈໍາ ຈຶ່ງເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານໄດ້ຕາມຄາດໝາຍ.

Image may contain: 5 people, people sitting and indoor

ສະເພາະປີ 2019 ຜ່ານມາ, ດ່ານພາສີສາກົນ ນໍ້າເງິນ ໄດ້ຮັບຕົວເລກມອບໝາຍທັງໝົດແມ່ນ 290 ຕື້ກີບ, ສາມາດປະຕິບັດໄດ້ຕົວຈິງ 248 ຕື້ກີບ, ທຽບໃສ່ແຜນການປີເທົ່າກັບ 85,68%, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 0,98%. ໃນປີ 2020, ດ່ານພາສີສາກົນ ນໍ້າເງິນ ໄດ້ຮັບຕົວເລກແຜນການໃນການຈັດເກັບລາຍຮັບທັງໝົດ 269 ຕື້ກີບ ເຊິ່ງຜ່ານການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ 2020 ແມ່ນສາມາດເກັບໄດ້ 144 ຕື້ກວ່າກີບ, ທຽບໃສ່ແຜນການປີປະຕິບັດໄດ້ 53,82%, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 18,05%, ເປັນເງິນ 18 ຕື້ກວ່າກີບ, ໃນນັ້ນ ລາຍຮັບສ່ວນໃຫຍ່ແມ່ນໄດ້ມາຈາກການນໍາເຂົ້ານໍ້າມັນເຊື້ອໄຟ, ເຄື່ອງອາໄຫລ່, ເຄື່ອງກໍ່ສ້າງ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ຄ່າທໍານຽມຕ່າງໆຕາມລໍາດັບ, ສ່ວນສິນຄ້າສົ່ງອອກແມ່ນ ຜົນຜະລິດກະສິກໍາ.

Image may contain: 6 people, people sitting

ທ່ານ ສອນເພັດ ຜົນວິຈິດ ຍັງໃຫ້ຮູ້ຕື່ມອີກວ່າ: 6 ເດືອນທ້າຍປີນີ້ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ຕາມແຜນທີ່ວາງໄວ້, ໂດຍຈະເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ, ສະມາຊິກພັກ; ເພີ່ມທະວີຄວາມເຂັ້ມງວດ, ຕິດຕາມ ແລະ ກວດກາ ການປະຕິບັດໜ້າທີ່ຂອງພະນັກງານທຸກພາກສ່ວນ, ແບ່ງຄວາມຮັບຜິດຊອບນັບແຕ່ຄະນະດ່ານ, ໜ່ວຍງານ ລວມເຖິງພະນັກງານວິຊາການ, ເອົາໃຈໃສ່ຕິດຕາມກວດກາ-ຄຸ້ມຄອງການເສຍພາສີໃຫ້ຖືກຕ້ອງ, ຊອກຫາຖານຂໍ້ມູນລາຍຮັບທີ່ເປັນທ່າແຮງບົ່ມຊ້ອນ; ສືບຕໍ່ປຸກລະດົມ ແລະ ຊຸກຍູ້ຜູ້ປະກອບການໃຫ້ປະຕິບັດມອບພັນທະເຂົ້າງົບປະມານ; ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍພາສີ, ມະຕິຄໍາສັ່ງຕ່າງໆກ່ຽວກັບພາສີໃຫ້ຜູ້ປະກອບການ ແລະ ບຸກຄົນເພື່ອພ້ອມກັນນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ

ຂ່າວ-ຮູບໂດຍ: ອຸ່ນເຮືອນ ໂພທິລັກ

Leave a Reply

Your email address will not be published. Required fields are marked *