ພະຍາກອນອາກາດປະຈຳວັນທີ 02 ກໍລະກົດ 2020 ຄວາມກົດດັນອາກາດຕໍ່າຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ,ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ໄດ້ເພີ້ມກໍາລັງແຮງຂື້ນພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກ້ວາງຢູ່ໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ພາກກາງ ແລະ ພາກໃຕ້,

ດັ່ງນັ້ນຈຶ່ງແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທຸກພາກສ່ວນໃຫ້ມີສະຕິຕໍ່ສະພາບຝົນຕົກໜັກ ພ້ອມມີລົມແຮງ, ຊຶ່ງອາດຈະເຮັດໃຫ້ເກີດນໍ້າຖ້ວມອັ່ງ ຢູ່ບາງທ້ອງຖິ່ນແຂວງພາກກາງ ຫາ ພາກໃຕ້ ແລະ ໃຫ້ຕິດຕາມສະພາບອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.

.

.

.

Leave a Reply

Your email address will not be published. Required fields are marked *