ໃນຕອນເຊົ້າຂອງວັນທີ 1 ກໍລະກົດ 2020 ນີ້, ທ່ານ ພັອ ລຳຄູນ ວໍລະວົງ ເຈົ້າເມືອງສອງຄອນ ແຂວງສະຫວັນນະເຂດ ພ້ອມດວ້ຍຄະນະໄດ້ເດີນທາງລົງພື້ນທີ່ພົບປະຢ້ຽມຢາມອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ບ້ານເຊນວນ ເພື່ອຮັບຟັງຄຳຄິດ ຄຳເຫັນ ຄຳສະເໜີ ໃນດ້ານຕ່າງໆ ຈາກສຽງຂອງປະຊາຊົນຕໍ່ການພັດທະນາເສດຖະກິດ ພື້ນຖານໂຄ່ງລາງຂອງບ້ານ, ລວມໄປເຖິງການປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນບ້ານ ເພື່ອຊີ້ນຳວາງແຜນໃນການແກ້ໄຂໃຫ້ຖືກຈຸດ ແລະ ສອດຄ່ອງກັບສະພາບເສດຖະກິດໃນປະຈຸບັນ.

ໃນໂອກາດນີ້ ບັນດາຫ້ອງການທີ່ກ່ຽວຂ້ອງ ໄດ້ອະທິບາຍ ຊີ້ແຈງຕໍ່ຂໍ້ຊັກຖາມຂອງປະຊາຊົນ ໂດຍສະເພາະເລື່ອງການຂຶ້ນສຳມະໂນຄົວ, ຄວາມຕ້ອງການລະບົບຄອງຊົນລະປະທານຕອບສະໜອງການຜະລິດລະດູແລ້ງ ເພາະໃນລະດູຝົນ ບາງເຂດເນື້ອທີ່ທຳກິນຖືກນ້ຳຖ້ວມເສຍຫາຍ, ການຂຶ້ນທະ ບຽນທີ່ດິນ ແລະ ອອກໃບຕາດິນໃຫ້ແກ່ບຸກຄົນ, ນິຕິບຸກຄົນ, ລວມໝູ່, ຊຸມຊົນ ແລະ ການຈັດຕັ້ງ, ລວມທັງບັນຫາອື່ນໆ. ຈາກນັ້ນ, ທ່ານ ເຈົ້າເມືອງສອງ ຍັງໄດ້ມີຄຳເຫັນໂອ້ລົມ ພ້ອມທັງຮຽກຮ້ອງມາຍັງອຳນາດການປົກຄອງທຸກຂັ້ນ ຄະນະກຸ່ມບ້ານ, ບ້ານພ້ອມດວ້ຍການຈັດຕັ້ງທຸກຄັ້ງ ຫ້ສືບເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ຖັນແຖວສະມາຊິກພັກ ລວມໄປຮອດພໍ່ແມ່ປະຊາຊົນ ໃຫ້ກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ ເວົ້າລວມ ເວົ້າສະເພາະ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ ຂອງອົງຄະນະພັກເມືອງສອງຄອນ ຄັ້ງທີ 7; ພ້ອມກັນສຸມທຸກກຳລັງ ຕ່ໍວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕີຕ້ານກຸ່ມຄົນບໍ່ດີ ທີ່ຫວັງມ້າງເພຄວາມສາມັກ ຄີຂອງປະຊາຊົນບັນດາເຜົ່າ, ການແກ້ໄຂແລະ ປາບປາມບັນຫາຢາເສບຕິດ, ການຄ້າຂາຍເຖື່ອນຂ້າມແດນ ເປັນຕົ້ນ ລັກລອບຂົນສົ່ງຄ້າຂາຍລົດເຖື່ອນ, ຄ້າຂາຍໄມ້ ແລະ ອື່ນໆ ທີ່ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ ເຮັດໃຫ້ເກີດມີປະກົດການຫຍໍ້ທໍ້ຕາມມາ.

ນອກຈາກນີ້ ທ່ານເຈົ້າເມືອງ ຍັງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ໃຫ້ລິງເຫັນເຖິງຜົນກະທົບ ຜົນເສຍຫາຍຈະຕາມມາຕໍ່ການບຸກເບີກ ຫລື ບຸກລຸກປ່າສະຫງວນ, ປ່າຜະລິດ ເຊິ່ງຜ່ານມາເຫັນວ່າໄດ້ຖືກທຳລາຍຫລາຍພໍສົມຄວນ; ໃຫ້ພ້ອມກັນເອົາໃຈໃສ່ ປະກອບສວ່ນເຂົ້າໃນວຽກງານການປົກປັກຮັກສາ ຊັບພະຍາກອນ ກໍຄື ປ່າໄມ້ ໃຫ້ຄົງຄວາມອຸດົມສົມບູນ ເປັນບ່ອນຊອກຢູ່ຫາກິນເປັນບ່ອນຢູ່ອາໄສຂອງສັດປ່ານາໆຊະນິດ ແລະ ຍັງເປັນບ່ອນສຶກສາຮຽນຮູ້ແກ່ລູກຫລານໃນອະນາຄົດ. ພ້ອມຊີ້ນຳໃຫ້ພໍ່ແມ່ປະຊາຊົນຮີບຮ້ອນສຳຫລວດ ວັດແທກຢ່າງລະອຽດຊັດເຈນ ກ່ຽວກັບເນື້ອທີ່ດິນທີ່ຕົນຄຸ້ມຄອງ ເພື່ອສະດວກ ແລະ ເປັນເອກະພາບໃນການຂື້ນທະບຽນ ແລະ ອອກໃບຕາດິນທຸກປະເພດ. ຈາກນັ້ນ, ທ່ານ ເຈົ້າເມືອງສອງຄອນ ຍັງໄດ້ມອບສັງກະສີ ຈຳນວນ 190 ແຜ່ນ, ເຫລັກຕະປູ 75 ກິໂລ ແລະ ເງິນສົດ 3,8 ລ້ານກີບ ລວມມູນຄ່າ 10,9 ລ້ານກີບ ໃຫ້ກັບ 21 ຄອບຄົວ ໃນ 4 ບ້ານ ທີ່ໄດ້ຮັບຜົນກະທົບຈາກລົມພາຍຸພັດຜ່ານ ໃນເດືອນມິຖຸນາຜ່ານມາ.
