ນະຄອນຫຼວງວຽງຈັນ: ລາຍງານຈາກກູ້ໄພອາສາ ໃຫ້ຮູ້ວ່າ ໃນວັນທີ 1/07/2020 ເວລາ 22:13 ນາທີໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 020 5432 3636 ວ່າມີຄົນຖືກປຸ້ນຈີ້ຊີງຊັບແລະຖືກຕີເອົາລົດຈັກແຕ່ບໍ່ໄດ້ລົດໄດ້ແຕ່ ໂທລະສັບ ແລະກະເປົາເງິນ ຢູ່ບ້ານ ນາສາລາ ເມືອງໄຊທານີ ນະຄອນຫລວງວຽງຈັນ

ທີມກູ້ໄພອາສາເພື່ອປະຊາຊົນ ຈື່ງອອກກວດສອບເຫດພົບຜູ້ບາດເຈັບເປັນເພດຊາຍ 2 ຄົນ
- ຜູ່ທີ 1 ອາການເບື້ອງຕົ້ນແມ່ນຖືກກະທົບໃບຫນ້າຫົວແຕກເລືອດອອກຫູ ຄາດວ່າຖືກຄ້ອນຟາດ
- ຜູ່ທີ 2 ມີອາການໃບຫນ້າໃຄ່
- ດັ່ງນັ້ນທີມກູ້ໄພອາສາເພື່ອປະຊາຊົນ ຈຶ່ງໄດ້ປະຖົມພະຍາບານເບື່ອງຕົ້ນແລ້ວນຳສົ່ງໂຮງໝໍມິດຕະພາບ 150 ຕຽງ.

.

.

.
