ສັງຄົມລາວໃນຍຸກປັດຈຸບັນເປັນສັງຄົມ ບໍລິໂພກຢ່າງສົມບູນແບບ ສິນຄ້າອຸບປະໂພກບໍລິໂພກແມ່ນນຳເຂົ້າເກືອບ 100% ຖ້າຍ່າງເຂົ້າໃນເຮືອນຄົວຂອງເຮືອນແຕ່ລະຫຼັງ ແທບຈະຫາສິນຄ້າ ທີ່ເປັນຜລິດຕະພັນຂອງລາວແທບບໍ່ໄດ້ ສ່ວນໃຫຍ່ຕ້ອງເພິ່ງພາການນຳເຂົ້າເກືອບທັງໝົດ ຖ້າຈະມີຜລິດຕະພັນຂອງລາວເອງ ອາດບໍ່ເຖິງ 10% ສ່ວນທີ່ເຫຼືອແມ່ນສິນຄ້ານຳເຂົ້າ .

ສະພາບແບບນີ້ມັນມີສາຍເຫດ ແລະ ທີ່ມາ. ບັນຫາຫຼັກ ແມ່ນສັງຄົມລາວແມ່ນສັງຄົມທີ່ບໍ່ມີຄວາມກົດດັນ ບໍ່ມີການແຂ່ງຂັນແບບເອົາເປັນເອົາຕາຍ ເພື່ອເອົາໂຕລອດ ນັ້ນກໍ່ເພາະປະຊາກອນ ມີຄວາມໜ້າແໜ້ນຕ່ຳ ພ້ອມກັບສະພາບແວດລ້ອມ ຊັບໃນດິນສິນໃນນ້ຳ ພໍທີ່ຈະຫາມາຕອບສະໜອງຄວາມຕ້ອງການໃນການດຳລົງຊີບໃນແຕ່ລະວັນໂດຍບໍ່ໄດ້ຮັບຄວາມເດືອດຮ້ອນ ຊຶ່ງເປັນວິຖີຊີວິດຂອງຄົນສ່ວນໃຫຍ່ ທີ່ດຳລົງຊີວິດ ແບບບໍ່ຕ້ອງຍາດແຍ່ງແບບເອົາເປັນເອົາຕາຍ. ຄວາມໜາແໜ້ນຂອງປະຊາກອນ ມັນກໍ່ຕິດພັນກັບອຸບປະສັກ ທີ່ເກີດຂຶ້ນໃນສັງຄົມ ຊຶ່ງເປັນປັດໄຈກຳນົດຂະໜາດຂອງຕະຫຼາດ ນີ້ຍັງບໍ່ຕ້ອງເວົ້າເຖິງກຳລັງຊື້ ຂອງປະຊາກອນ.

ອາດຍ້ອນແນວນີ້ ຈຶ່ງບໍ່ຄ່ອຍມີໃຜຢາກລົງທຶນຕັ້ງໂຮງງານອຸດສາຫະກຳ ເພາະຕະຫຼາດນ້ອຍບໍ່ຄຸ້ມຄ່າໃນການລົງທຶນ ອີກຢ່າງໜຶ່ງ ການສ້າງ Brand ໃໝ່ຍັງມີຄວາມສ່ຽງໃນການແຂ່ງຂັນກວ່າຈະໄດ້ຮັບການຍອມຮັບຈາກຜູ້ບໍລິໂພກ ຕ້ອງອອກແຮງໂຄສະນາໃນການຂາຍ ຊຶ່ງນັ້ນກໍ່ແມ່ນອີກໜຶ່ງຕົ້ນທຶນຂອງທຸລະກິດ. ໂດຍທຳມະຊາດຂອງ ການຜະລິດໃນໂຮງງານອຸດສາຫະກຳຍິ່ງຜະລິດນ້ອຍຍິ່ງມີຕົ້ນທຶນສູງ ເຄື່ອງຈັກຖ້າຈະເອົາແບບ High automation ມາໃຊ້ ກັບ Lot ນ້ອຍໆ ປະສິດທິພາບຂອງສາຍການຜລິດຈະຕ່ຳຕິດດິນ ເພາະເວລາສ່ວນໃຫຍ່ຈະເສຍໄປກັບການ Setup ແລະ Product change over ຈຶ່ງຕ້ອງໃຊ້ເຄື່ອງຈັກແບບ Manual ທັງໝົດຊຶ່ງຈະເປັນແບບ Labor intensive ແລະ ບໍ່ອາດຄວບຄຸມຄຸນນະພາບໃຫ້ຄົງທີ່ໄດ້ ຊຶ່ງສິ່ງທີ່ກ່າວມາລ້ວນເປັນອຸບປະສັກໃນການແຂ່ງຂັນ ດ້ານການຕະຫຼາດ.

ແລ້ວເຮົາຈະເຮັດແນວໄດ? ທາງອອກທາງດຽວ ຕ້ອງຕັ້ງໂຮງງານໃຫຍ່ ມີເຄື່ອງຈັກອັນທັນສະໄໝ ຕາມມາດຕະຖານສາກົນ ແລ້ວເຮັດໜ້າທີ່ເປັນມືປືນຮັບຈ້າງ ຜະລິດໃຫ້ທຸກຍີ່ຫໍ້ຕາມ ຂະບວນການການຜະລິດ ຫຼື Process specification ຂອງເຈົ້າຂອງຍີ່ຫໍ້. ອາດຮັບເປັນແບບ Turn key subcontractor ຫຼື ແບບ Consignment ກໍ່ໄດ້ການກວດສອບ ແລະຮັບຮອງແມ່ນໃຫ້ເປັນໄປຕາມ Control Plan ຂອງເຈົ້າຂອງຍີ່ຫໍ້. ຍົກຕົວຢ່າງ ໂຮງງານຜລິດ ໝີ່ສຳເລັດຮູບ ອາດໄປສັນຍາກັບ ເຄືອສະຫະພັດ ເພື່ອເປັນ Subcontractor ໃຫ້ເຂົາປະໂຫຍດທີ່ເຂົາໄດ້ແມ່ນ ຫຼຸດຄ່າໃຊ້ຈ່າຍໃນການຂົນສົ່ງ ,ຫຼຸດ Production overhead ຂອງໂຕເອງ ບໍ່ສ່ຽງກັບ Lot rejection ເພາະຈະຈ່າຍສະເພາະສິນຄ້າທີ່ໄດ້ຄຸນນະພາບ ສ່ວນຂອງເສຍແມ່ນເປັນພາລະຕົ້ນທຶນຂອງ subcontractor. Packaging and Labeling ແມ່ນສ້າງເພື່ອຕະຫຼາດໃນລາວແນ່ນອນ ອາດບໍ່ເຊັນສັນຍາກັບພຽງລູກຄ້າເຈົ້າດຽວ ອາດຜະລິດໝີ່ສຳເລັດຮູບຂອງທຸກຍີ່ຫໍ້ທີ່ມາຂາຍຢູ່ລາວ. ວິທີນີ້ ເຂົາໃຊ້ກັນຢ່າງກວ້າງຂວາງ ຢູ່ໃນຫຼາຍປະເທດແມ້ແຕ່ປະເທດໄທເອງມີໂຮງງານຜະລິດເກີບ ກິລາຢູ່ແຖວ ຈັ່ງຫວັດອ່າງທອງ ເຂົາຜະລິດເກີບໃຫ້ເກືອບທຸກຍີ່ຫໍ້ຕາມ Spec ຂອງແຕ່ລະຍີ່ຫໍ້ ດ້ວຍສາຍການຜະລິດດຽວກັນ.
ມີແຕ່ວິທີນີ້ ເຮົາຈຶ່ງຈະສົ່ງເສີມໃຫ້ອຸດສາຫະກຳໃນປະເທດເຕີບໂຕໄດ້ ແລະ ຍັງຈະກະຕຸ້ນ ການຜລິດກະຊິກຳເພື່ອເປັນວັດຖຸດິບປ້ອນໂຮງງານເຫຼົ່ານີ້. ໃນອານາຄົດເມື່ອເຮົາພ້ອມ ການສ້າງ Brand ໂຕເອງກໍ່ບໍ່ແມ່ນເລື່ອງຍາກສຳຄັນແມ່ນ ມາດຕະຖານການຜະລິດ ສ່ວນ Brand ມັນເລື່ອງການຕະຫຼາດ. ຖ້າຖາມວ່າເຄື່ອງຊູກຳລັງທີ່ໂຄສະນາທາງໂທລະພາບ ມີນ້ອຍ ທີ່ມີໂຮງງານຂອງໂຕເອງ ເກີນ 80% ໄປຈ້າງເຂົາຜະລິດໃຫ້ທັງນັ້ນພຽງແຕ່ ອອກແບບ Packaging ເປັນຂອງ Brand ໂຕເອງກໍ່ເທົ່ານັ້ນ.

ດັ່ງນັ້ນ ສະພາການຄ້າ ແລະ ອຸດສາຫະກຳລາວ ຄວນເພີ່ມທະວີການເຮັດວຽກບ້ານໃນເລື່ອງນີ້ ແລະອາໄສ ສາຍສຳພັນກັບ ຫໍການຄ້າແຫ່ງປະເທດໄທໃນການເຈລະຈາ ເປັນຖານຜລິດວັດຖຸດິບໃຫ້ເຂົາ ຊຶ່ງຈະໄດ້ປະໂຫຍດທັງ 2 ຝ່າຍ.
ໂດຍ: ຄຳມົນ ໄຊຍະສິງ @Khammonh Sayasing