ໂຮງຮຽນແກ້ວປັນຍາ ແຂວງຫົວພັນ ເອົາຈິງເອົາຈັງ ກັບການຈັດການຂີ້ເຫຍື້ອ ດ້ວຍການສ້າງຕັ້ງ ກອງທຶນສິ່ງແວດລ້ອມ ຂອງໂຮງຮຽນຂຶ້ນ ຕັ້ງເປົ້າ ໃຫ້ນັກຮຽນໃນໂຮງຮຽນ ຮູ້ຄຸນຄ່າຂອງຂີ້ເຫຍື້ອ ແລະ ຊ່ວຍຈັດການຂີ້ເຫຍື້ອ ທີ່ເກີດຂຶ້ນ ໃນຊຸມຊົນ ໃຫ້ຖືກຕ້ອງ ແລະສ້າງມູນຄ່າໄດ້.

ປະຈຸບັນ ນັກຮຽນທຸກໆຄົນ ແມ່ນເຮັດຢ່າງຈິງຈັງ ໃນການວາງແຜນການແຍກ ເສດຂີ້ເຫຍື້ອ ຢ່າງເປັນລະບົບເຊັ່ນ:

- ຂີ້ເຫຍື້ອທີ່ສາມາດຂາຍໄດ້
- ເສດຖົງຢາງ ຕຸກນໍ້າ ນຳໄປເຮັດ ອີໂຄບລິກ
- ເສດອາຫານນຳໄປເຮັດປຸຍຊີວະພາບ ແລະ ອື່ນໆ
ການແຍກຂີ້ເຫຍື້ອນອກຈາກມີລາຍຮັບ ເປັນແຮງຈູງໃຈ ໃຫ້ນັກຮຽນແລ້ວ, ສິ່ງສໍາຄັນແມ່ນເລື່ອງສິ່ງແວດລ້ອມ. ໂຮງຮຽນຈະເນັ້ນ ໃຫ້ເຫັນຄວາມສໍາຄັນຂອງການຮັກສາສິ່ງແວດລ້ອມ ໃຫ້ນັກຮຽນທຸກຄົນ.
ໂຮງຮຽນທີ່ທ່ານຮຽນຢູ່ເດ ມີວິທີຈັດການຂີ້ເຫຍື້ອ ແນວໃດ ?
ພາບໂດຍ: ອາຈານ ຄໍາແກ້ວ

.

.

.

.
