ຫຼວງພະບາງ: ໃນວັນທີ 1 ກໍລະກົດ 2020 ເວລາ 09:37 ນາທີ ໄດ້ຮັບແຈ້ງເຂົ້າເບີ 0711625 ວ່າມີຄົນເສຍຊີວິດຢູ່ທີ່ ຫໍພັກແຫ່ງຫນື່ງ ຢູ່ບ້ານ ດອນໃຫມ່ ນະຄອນ ຫວງພະບາງ

ເມື່ອທີມງານຫນ່ວຍກູ້ຊີບອົງການກາແດງລາວ ໄດ້ອອກກວດສອບເຫດພົບເຫັນຜູ້ເສຍຊີວິດ 1 ຄົນ ເພດຊາຍ ສັນຊາດລາວ ຊື່ທ້າວ ເຢັ້ງເຊັ່ງ ຕັ້ງໄກ່ ອາຍຸ 25 ປີ ບ້ານຢູ່ ປັດຈຸບັນບ້ານ ພູເຫລັກຈະເລີນ ນະຄອນຫລວງພະບາງ ສ່ວນສາເຫດຂອງການເສຍຊີວິດແມ່ນຢູ່ໃນການກວດສອບຂອງເຈົ້າຫນ້າທີ່ຕຳຫລວດ.
ດັ່ງນັ້ນທາງທີມງານຫນ່ວຍກູ້ຊີບອົງການກາແດງລາວຈື່ງໄດ້ທຳການຫໍ່ສົບແລ້ວນຳສົ່ງໄປໂຮງເຢັນໂຮງໝໍແຂວງຫລວງພະບາງ.

ທາງທີມງານຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນ
ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️071 1625 ; 030 9211625 ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.🚑
🚑ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ນ້ຳມັນລົດ ຫລື ອຸປະກອນການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 0309211625