ກອງທັບ: ໃນວັນທີ 26 ມິຖຸນານີ້, ຢູ່ ກອງພົນທີ 5 ໄດ້ຈັດຕັ້ງພິທິເຊັນສັນຍາໂຄງການກໍ່ສ້າງຟື້ນຟູເຮືອນ ມ້ຽນລົດໃຫ້ກອງພັນ 565 ລະ ຫວ່າງກອງພົນທີ 5 ເຈົ້າຂອງໂຄງ ການ ແລະ ບໍລິສັດ ວົງວິໄລ ຈະ ເລີນກໍ່ສ້າງຈຳກັດ ທີ່ເປັນຜູ້ຮັບ ເໝົາກໍ່ສ້າງມີກົມກໍ່ສ້າງ-ຄຸ້ມຄອງ ຊັບສິນ ກົມໃຫຍ່ພະລາທິການ ກອງທັບ, ຄະນະພັກ-ຄະນະບັນຊາອົງການ 5 ຫ້ອງກອງພົນ ແລະ ກອງພັນ 565 ພ້ອມດ້ວຍ ພະແນກການພະນັກງານວິຊາ ການທັງສອງຝ່າຍເຂົ້າຮ່ວມ.

ສະຫາຍ ພັນເອກ ວົງສັກ ສີພັນດອນ ຫົວໜ້າກົມກໍ່ສ້າງ-ຄຸ້ມ ຄອງຊັບສິນໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການອະນຸມັດໂຄງການ ກໍ່ສ້າງເຮືອນມ້ຽນລົດໃຫ້ກອງ ພັນ 565 ກອງພົນທີ 5 ພ້ອມ ທັງຊີ້ແຈ້ງບາງບັນຫາກ່ຽວກັບ ຂົງເຂດວຽກງານໃນການກໍ່ ສ້າງ.

ໂຄງການກໍ່ສ້າງເຮືອນ ມ້ຽນລົດ ດັ່ງກ່າວມີລວງຍາວ 76 ແມັດ, ກວ້າງ 24 ແມັດ, ເຊິ່ງລວມມີ 9 ຫ້ອງ. ໃນນີ້ມີຂະ ໜາດ 8 ແມັດ 5 ຫ້ອງ ແລະ ຂະໜາດ 9 ແມັດ 4 ຫ້ອງ ລວມ ມູນຄ່າການກໍ່ສ້າງ 1,8 ຕື້ກີບ ເຊິ່ງຈະໃຊ້ເວລາໃນການກໍ່ສ້າງ 2 ປີ ຈາກນັ້ນທັງສອງຝ່າຍກໍໄດ້ ລົງນາມເຊັນສັນຍາໂຄງການ ກໍ່ສ້າງ, ໂດຍຕາງໜ້າໃຫ້ກອງ ພົນທີ 5 ແມ່ນ ສະຫາຍ ພົນຈັດ ຕະວາ ວັນທອງ ບຸດຕະວົງ ຫົວ ໜ້າການທະຫານກອງພົນທີ 5 ຕາງໜ້າໃຫ້ກົມກໍ່ສ້າງ-ຄຸ້ມຄອງ ຊັບສິນໂດຍ ສະຫາຍ ພັນເອກ ວົງສັກ ສີພັນດອນ ຫົວໜ້າກົມ ກໍ່ສ້າງ-ຄຸ້ມຄອງຊັບສິນກົມໃຫຍ່ ພະລາທິການກອງທັບ ແລະ ຕາງໜ້າໃຫ້ບໍລິສັດວົງວິໄລ ໂດຍ ສະຫາຍ ລຳພອນ ວົງວິໄລ ປະ ທານບໍລິສັດວົງວິໄລ ຈະເລີນກໍ່ ສ້າງຈຳກັດ.

ສະຫາຍ ພົນຈັດຕະ ວາ ວັນທອງ ບຸດຕະວົງ ຫົວໜ້າ ການທະຫານກອງພົນທີ 5 ໄດ້ ເນັ້ນໜັກໃຫ້ທຸກພາກສ່ວນຕ້ອງ ເອົາໃຈໃສ່ ຕິດຕາມກວດກາບັນ ດາຂົງເຂດວຽກງານໃຫ້ມີຄຸນ ນະພາບສູງ, ມີຄວາມຮັບຜີດຊອບ ສູງຕໍ່ໜ້າທີ່ວຽກງານຂອງຕົນ ທັງນີ້ກໍເພື່ອຮັບປະກັນໃຫ້ແກ່ ການກໍ່ສ້າງສຳເລັດຕາມແຜນ ການທີ່ວາງໄວ້.

ໂດຍ: ແສງອາທິດ ສີດາໄລ

Leave a Reply

Your email address will not be published. Required fields are marked *