ນະຄອນຫຼວງວຽງຈັນ: 1624 ລາຍງານໃຫ້ຮູ້ວ່າ ໃນວັນທີ 01/07/2020 ເວລາ 9:21ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີອຸບັດຕິເຫດລົດຈັກກັບລົດໃຫຍ່ຕຳ່ກັນ ຢູ່ບ້ານ ໂພນປາເປົ້າ ເມືອງ ໄຊເສດຖາ ແຂວງ ນະຄອນຫຼວງວຽງຈັນ.

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ) ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 01 ຄົນ ເປັນເພດຊາຍອາການເບື້ອງຕົ້ນແມ່ນ : ຫມົດສະຕິ ປາກແຕກ. ອາສາກູ້ໄພ 1624 ຈິ່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍ ເຊດຖາ ເພື່ອໄປປີ່ນປົວ.

ສ່ວນການກວດສອບສາເຫດ ຂອງອຸບັດຕິເຫດຄັ້ງນີ້ ເຈົ້າໜ້າທີ່ຈະດໍາເນີນຕາມຊັ້ນຕອນກົດໝາຍຕໍ່ໄປ.
ໃຊ້ລົດໃຊ້ຖະໜົນຂໍໃຫ້ລະມັດລະວັງແທ້ໆເດີ້.

ລາຍງານໂດຍ: 1624 ນະຄອນຫຼວງວຽງຈັນ