ໃນວັນທີ 26 ມິຖຸນາ 2020 ຜ່ານມານີ້ ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ຫ້ອງຕຳຫຼວດ ປກສ ແຂວງວຽງຈັນ ໄດ້ມອບລົດຈັກຄືນເຈົ້າຂອງເດີມ ເຊິ່ງລົດຄັນດັ່ງກ່າວແມ່ນລົດຂອງທ່ານ ພູວົງ ອິນທອນຜາດີ ຢູ່ນະຄອນໄກສອນ ແຂວງສະຫວັນນະເຂດ ທີ່ຖືກຄົນຮ້າຍລັກໄປໃນຄັ້ງວັນທີ 15 ພຶດສະພາ 2020 ຜ່ານມາ ສະນັ້ນວັນທີ 22 ພຶດສະພາ ທີ່ຜ່ານມານີ້ ເວລາ 11 ໂມງ 10 ນາທີ ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ໄດ້ລົງປະຈຳປ້ອມບ້ານໂພນໄຊ ເມືອງຫີນເຫີບ ແຂວງວຽງຈັນ ເພື່ອກວດກາການສັນຈອນ ໃນນັ້ນໄດ້ພົບເຫັນລົດກະບະຍີ່ຫໍ້ຮຸນໃດ, ໝາຍເລກທະບຽນ ກຕ 3066 ກຳແພງນະຄອນ ເຊິ່ງຂັບຂີ່ ໂດຍທ້າວນ້ອຍ ອາຊີບຊາວນາ ຢູ່ບ້ານກອກ ເມືອງນ້ຳບາກ ແຂວງຫຼວງພະບາງໄດ້ແກ່ລົດຈັກຈຳນວນ 2 ຄັນ ມາແຕ່ແຂວງສະຫວັນນະເຂດ.

ພໍເດີນທາງມາຮອດຈຸດກວດກາບ້ານໂພນໄຊ ເມືອງຫີນເຫີບ ແຂວງວຽງຈັນ ເຈົ້າໜ້າທີ່ຕຳຫຼວດຈະລາຈອນຈຶ່ງຂໍກວດກາເອກະສານ ຜ່ານການກວດເອກະສານເຫັນວ່າມີເອກະສານຖືກຕ້ອງ 1 ຄັນ ສ່ວນອີກຄັນ 1 ແມ່ນບໍ່ມີເອກະສານ ເຈົ້າໜ້າທີ່ຈຶ່ງຂໍອະນຸຍາດກັກລົດຄັນດັ່ງກ່າວໄວ້ຊົ່ວຄາວ ແລ້ວນຳຂຶ້ນມາຮັກສາໄວ້ຢູ່ພະແນກຈະລາຈອນ ກອງບັນຊາການ ປກສ ແຂວງວຽງຈັນ ເພື່ອກວດກາຄືນຄວາມຖືກຕ້ອງ ຕົກມາຮອດວັນທີ 1 ມິຖຸນາ 2020 ໄດ້ມີທ້າວ ພູວົງ ອິນທອນຜາດີ ອາຍຸ 49 ປີ, ອາຊີບ ຊາວນາ, ປະຈຸບັນຢູ່ບ້ານໂພນສູງ ນະຄອນໄກສອນ ແຂວງສະຫວັນນະເຂດ ໄດ້ນຳບົດບັນທຶກຮັບແຈ້ງຄວາມລົດຈັກເສຍຄັ້ງວັນທີ 15 ພຶດສະພາ 2020 ແລະ ປື້ມທະບຽນລົດມາຢັ້ງຢືນ ຢູ່ພະແນກຕຳຫຼວດຈະລາຈອນ ປກສ ແຂວງວຽງຈັນ

ທາງເຈົ້າໜ້າທີ່ພວກເຮົາກໍ່ໄດ້ກວດກາເລກຈັກ, ເລກຖັງ ປະຫວັດຂຶ້ນທະບຽນແມ່ນຖືກຕ້ອງ ເຊິ່ງອອກຊື່ທ້າວ ພູວົງ ອິນທອນຜາດີ, ຢູ່ບ້ານໂພນສູງ ນະຄອນໄກສອນ ແຂວງສະຫວັນນະເຂດ ຍີ່ຫໍ່ຮອນດ່າເວັບ ສີປອນດຳ ໝາຍເລກທະບຽນ ຍຍ6870 ແຂວງ ສະຫວັນນະເຂດ ສະນັ້ນມາໃນວັນທີ 26 ມິຖຸນາ 2020 ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ປກສ ແຂວງວຽງຈັນ ຈຶ່ງໄດ້ນຳເອົາລົດຈັກຄັນດັ່ງກ່າວມາມອບຄືນໃຫ້ເຈົ້າຂອງເດີມ.

ຕາງໜ້າມອບລົດຈັກດັ່ງກ່າວໂດຍແມ່ນ ທ່ານ ພັທ ສົມສັກ ໄຊປັນຍາ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງວຽງຈັນ ຕາງໜ້າຮັບໂດຍແມ່ນ ທ່ານ ພູວົງ ອິນທອນຜາດີ ນະຄອນໄກສອນ ແຂວງສະຫວັນນະເຂດ.

ໂດຍຊ່ອງໜ້າພະນັກງານ-ນັກຮົບ ແລະ ເຈົ້າຂອງຊັບເຂົ້າຮ່ວມເປັນສັກຄີພະຍານ ໂອກາດດຽວກັນນີ້ເຈົ້າຂອງຊັບກໍ່ໄດ້ສະແດງຄວາມຂອບອົກຂອບໃຈມາຍັງເຈົ້າໜ້າທີ່ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຈົນສາມາດເກັບກູ້ລົດຈັກຄືນມາໄດ້ ແລະ ທ່ານ ພັທ ສົມສັກ ໄຊປັນຍາ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງວຽງຈັນ ຍັງໄດ້ຮຽກຮ້ອງໃຫ້ເຈົ້າຂອງຊັບຈົ່ງເອົາໃຈໃສ່ໃນການປົກປັກຮັກສາວັດຖຸສິງຂອງທີ່ມີຄ່າໄວ້ໃຫ້ດີເພື່ອບໍ່ໃຫ້ຄົນບໍ່ດີສວຍໂອກາດລັກຊັບຂອງທ່ານພ້ອມນັ້ນຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຈົ່ງຊ່ວຍກັນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ຖ້າພົບເຫັນຄົນແປກຫນ້າທີ່ມາຂາຍວັດຖຸສິງຂອງໂດຍສະເພາະລົດຈັກບໍ່ມີເອກະສານຄົບຖ້ວນມາຂາຍໃຫ້ບໍ່ຄວນຊື້ຢ່າງເດັດຂາດ.

ຂ່າວ ປກສ ແຂວງວຽງຈັນ

Leave a Reply

Your email address will not be published. Required fields are marked *