ນະຄອນຫຼວງວຽງຈັນ: ລາຍງານຈາກ 1624 ໃຫ້ຮູ້ວ່າ ໃນວັນທີ 01/07/2020 ເວລາ 15:13 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດພໍ່ກັບລູກຜີດຖຽງກັນແລະທຳຮ້າຍຮ່າງກາຍກັນ ຢູ່ບ້ານ ໂນນຫວາຍ ເມືອງ ໄຊເສດຖາ ແຂວງ ນະຄອນຫຼວງວຽງຈັນ

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ) ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 01 ຄົນ ເປັນເພດຊາຍອາການເບື້ອງຕົ້ນແມ່ນ : ມີບາດແຜຈີກໃຫຍ່ຢູ່ຫົວ ແລະ ເສຍເລືອດຫລາຍ ດັ່ງນັ້ນ ທາງກູ້ໄພຈຶ່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍ ເຊດຖາເພື່ອໄປປີ່ນປົວ

ອຸປະຕິເຫດສຸກເສີນໂທ : 🚑 1624 🚑
ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ
- ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
- ອຸປະກອນການແພດຕ່າງໆ
ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ