ແຈ້ງການດ່ວນທີ່ສຸດ: ວັນທີ 30 ມິຖຸນາ 2020, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການ ສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຕ່ໄລຍະວັນທີ 1-31 ກໍລະກົດ 2020 ມີລະອຽດດັ່ງລຸ່ມນີ້:

ຜ່ອນຜັນເພີ່ມ 3 ສືບຕໍ່ເຂັ້ມງວດ 3 ຕາມມາດຕະການປ້ອງກັນໂຄວິດ-19 ແຕ່ 1-31 ກໍລະກົດ 2020 ຂປລ. ແຈ້ງການ 697/ຫສນຍ, ລົງວັນທີ30/6/2020 ເຫັນດີຜ່ອນຜັນ ແລະ ສືບຕໍ່ປະຕິບັດບາງມາດຕະການຕາມຄໍາສັ່ງເລກທີ 06/ນຍ ໃຫ້ເຂັ້ມງວດ ໃນໄລຍະປ້ອງກັນການລະບາດຂອງພະຍາດໂຄວິດ-19 ແຕ່ 1-31 ກໍລະກົດ2020.

ມາດຕະການຜ່ອນຜັນຕື່ມ ສັງຮວມຫຍໍ້ ມີ:

  • ເຫັນດີໃຫ້ຈັດລາຍການແຂ່ງຂັນກິລາທຸກປະເພດ ໂດຍມີຜູ້ຊົມຕາມຄວາມເໝາະສົມ.
  • ເຫັນດີໃຫ້ເປີດກາຊີໂນ ທີ່ໄດ້ຮັບອະນະຍາດຕາມລະບຽບ.
  • ອະນຸຍາດໃຫ້ຈັດກິດຈະກໍາຊຸມນຸມຕ່າງໆ, ງານສັງສັນ, ງານປະເພນີ ແລະ ງານແຕ່ງດອງຕາມຮີດຄອງປະເພນີອັນດີງາມຂອງຊາດ.


ໃນການປະຕິບັດບັນດາມາດຕະການຜ່ອນຜັນ ຕ້ອງຮັບປະກັນໃນການປ້ອງກັນເຊື້ອພະຍາດ ເປັນຕົ້ນການຮັກສາໄລຍະຫ່າງ 1ແມັດຂຶ້ນໄປ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ່ ຫລື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ, ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດ ຢ່າງເຂັ້ມງວດ.


ສ່ວນມາດຕະການຕ້ອງສືບຕໍ່ປະຕິບັດຢ່າງເຄັ່ງຄັດຕາມຄຳສັ່ງເລກທີ06/ນຍ ສັງຮວມຫຍໍ້ມີ:

  • ສືບຕໍ່ປິດກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ ແລະ ຮ້ານເກມ.
  • ສືບຕໍ່ປິດດ່ານປະເພນີ ແລະດ່ານທ້ອງຖິ່ນ ສຳລັບການເຂົ້າ-ອອກຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ ຍົກເວັ້ນບາງດ່ານປະເພນີ ແລະ ດ່ານທ້ອງຖິ່ນ ທີ່ໄດ້ຮັບອະນຸມັດຈາກລັດຖະບານ ໃຫ້ຂົນສົ່ງສິນຄ້າ ເຂົ້າ-ອອກໄດ້. ດ່ານສາກົນສືບຕໍ່ປິດການເຂົ້າ-ອອກຂອງບຸກຄົນທົ່ວໄປ, ຍົກເວັ້ນພົນລະເມືອງລາວ ແລະຊາວຕ່າງປະເທດທີ່ມີຄວາມຈໍາເປັນຮີບດ່ວນ ໃນການເດີນທາງເຂົ້າ-ອອກ ສປປ ລາວ ໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດ.
  • ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມ ສໍາລັບບຸກຄົນທີ່ເດີນທາງມາຈາກ ຫລື ຜ່ານປະເທດ ທີ່ຍັງມີການແພ່ລະບາດຂອງພະຍາດໂຄວິດ-19. ສໍາລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ, ນັກທຸລະກິດ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ສາມາດເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໄດ້, ແຕ່ຕ້ອງຜ່ານການພິຈາລະນາເຫັນດີຈາກຄະນະສະເພາະກິດ.

Leave a Reply

Your email address will not be published. Required fields are marked *