ສປປ ລາວ ມີຜູ້ເສຍຊີວິດຍ້ອນໄຂ້ຍຸງລາຍເພີ່ມເປັນ 7 ຄົນ ແລະ ຕິດເຊື້ອສະສົມ 2.253 ກໍລະນີ, ໃນຂະນະທີ່ແຂວງຕິດເຊື້ອສະສົມຫຼາຍສຸດຢູ່ນະຄອນຫຼວງວຽງຈັນ 514 ກໍລະນີ ແລະ ເສຍຊີວິດແລ້ວ 3 ຄົນ.
ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານຕໍ່ສື່ມວນຊົນ ໃນວັນທີ 30 ມິຖຸນາ 2020 ວ່າ: ສະພາບການລະບາດຂອງພະຍາດໄຂ້ຍຸງລາຍຢູ່ໃນປະເທດເຮົາ ເມື່ອກ້າວເຂົ້າສູ່ລະດູຝົນຂອງທຸກໆປີພະຍາດໄຂ້ຍຸງລາຍ ກໍ່ມັກຈະເກີດຂຶ້ນໃນຫຼາຍແຂວງ,

ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ແລະ ສຸຂະພາບຂອງພໍ່ແມ່ປະຊາຊົນ, ໃນວັນທີ 29 ມິຖຸນານີ້ ສປປ ລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍທັງໝົດ 30 ກໍລະນີ ແລະ ເສຍຊີວິດ 1 ຄົນ ເຮັດໃຫ້ຍອດຜູ້ເສຍຊີວິດລວມ 7 ຄົນ ຢູ່ນະຄອນຫຼວງວຽງຈັນ 3 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 1 ຄົນ ແລະ ໄຊຍະບູລີ 1 ຄົນ.
ທັງນີ້, ນັບແຕ່ວັນທີ 1 ມັງກອນ ຫາ 29 ມິຖຸນາ 2020 ທົ່ວປະເທດມີຜູ້ຕິດເຊື້ອໄຂ້ຍຸງລາຍກໍລະນີສະສົມ ທັງໝົດ 2.253 ກໍລະນີ, ມີລາຍງານກໍລະນີໃນ 17 ແຂວງ, ໃນນັ້ນ ແຂວງທີ່ມີການລາຍງານຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ ມີເຖິງ 514 ກໍລະນີ, ຖັດລົງມາແມ່ນແຂວງວຽງຈັນ 305 ກໍລະນີ, ບໍລິຄຳໄຊ 263 ກໍລະນີ ແລະ ແຂວງອັດຕະປື 230 ກໍລະນີ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ກ່າວວ່າ: ເພື່ອປ້ອງກັນບັນຫາໄຂ້ຍຸງໃຫ້ຫ່າງໄກຈາກທຸກຄົນ ໃຫ້ພ້ອມກັນປະຕິບັດຄຳຂວັນທີ່ວ່າ ບໍ່ມີໜອນນ້ຳຍຸງລາຍກໍ່ບໍ່ມີຍຸງລາຍ ແລະ ບໍ່ມີໄຂ້ເລືອດອອກ ແລະ ຕ້ອງປະຕິບັດ 5ປ ຢ່າງເຄັ່ງຄັດໃຫ້ເປັນປະຈຳ ຈຶ່ງສາມາດທຳລາຍແຫຼ່ງເພາະພັນຂອງຍຸງລາຍໄດ້ຄື:
ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່, ປ່ຽນນ້ຳໃນພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ, ປ່ອຍ ປາຫາງນົກຍຸງເພື່ອກິນໜອນນ້ຳ, ປັບປຸງການອະນາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ, ປະຕິບັດໃຫ້ເປັນນິໄສປະຈຳທຸກໆອາທິດ.

ຖ້າເປັນໄຂ້ໃຫ້ຮີບຮ້ອນໄປພົບແພດໝໍດ່ວນ ຫາກທຸກຄົນປະຕິບັດໄດ້ຕາມ 5ປ ຢ່າງເຂັ້ມງວດ ກໍ່ຈະສາມາດຫຼຸດຜ່ອນ, ປ້ອງກັນການເຈັບເປັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໄຂ້ຍຸງລາຍໃຫ້ຫຼຸດລົງເທື່ອລະກ້າວໄດ້.