ນະຄອນຫຼວງວຽງຈັນ: ເຈົ້າໜ້າທີ່ພະແນກຕໍາຫຼວດສືບສວນ-ສອບສວນ ຫ້ອງຕໍາຫຼວດ ປກສ ນວ ໄດ້ໃຫ້ຮູ້ວ່າ: ວັນທີ 25 ມິຖຸນາ 2020 ເວລາປະມານ 17:50ໂມງ, ພາຍຫຼັງໄດ້ຮັບແຈ້ງທາງໂທລະສັບຈາກ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ວ່າ: ມີຄົນແຂນຄໍເສຍຊີວິດຢູ່ເຂດປ່າບ້ານນາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ ກໍໄດ້ຈັດກຳລັງລົງກວດກາສະຖານທີ່ເກີດເຫດ ໃນເບື້ອງຕົ້ນແມ່ນຮູ້ວ່າ: ຄົນຕາຍເປັນເພດຊາຍ, ບໍ່ຮູ້ຈັກຊື່ ແລະ ທີ່ຢູ່; ເນື່ອງຈາກບໍ່ມີເອກະສານໃດໆຕິດໂຕຜູ້ກ່ຽວ, ອາຍຸປະມານ 35-40 ປີ, ສູງປະມານ 1.70 ແມັດ, ໃສ່ເສື້ອກັນລົມແຂນຍາວສີແດງ ແລະ ເສື້ອຊ້ອນທາງໃນເປັນເສື້ອເສີດແຂນສັ້ນສີແດງລາຍ, ນຸ່ງໂສ້ງຂາຍາວສີຟ້າ, ຊາກສົບແມ່ນຢູ່ໃນທ່າແຂວນຄໍກຳລັງເນົ່າເປື່ອຍ (ກະໂຫຼກຫົວບໍ່ສາມາດລະບຸຮູບຮ່າງໜ້າຕາໄດ້), ຖົງໂສ່ງເບື້ອງຊ້າຍມີລູກກະແຈລົດຈັກ(ບໍ່ຮູ້ຈັກຍີ່ຫໍ້) ແລະ ຊອງຢາສູບ; ປັດຈຸບັນ ສົບແມ່ນຝາກໄວ້ຢູ່ໂຮງເຢັນໂຮງໝໍມະໂຫສົດເພື່ອລໍຖ້າຍາດພີ່ນ້ອງມາພົວພັນ.
ຜ່ານການເອົາຄໍາໃຫ້ການຈາກຄົນທີ່ຢູ່ເຂດໃກ້ສະຖານທີ່ເກີດເຫດ ໄດ້ໃຫ້ຮູ້ວ່າ: ໃນເວລາ 14:00ໂມງຂອງວັນທີ 21 ມິຖຸນາ 2020, ຜູ້ກ່ຽວແມ່ນໄດ້ເຫັນຊາຍຄົນທີ່ເສຍຊີວິດຍ່າງເລາະຢູ່ນອກຮົ້ວຂ້າງສວນອາຫານບ່ອນທີ່ຜູ້ກ່ຽວເຮັດວຽກຢູ່ ແລະ ໄດ້ເອີ້ນບອກຊາຍຄົນດັ່ງກ່າວວ່າ: ລະວັງໝາກັດເດີ້, ແຕ່ຊາຍຄົນນັ້ນບໍ່ຕອບຫຍັງ. ຮອດວັນທີ 25 ມິຖຸນາ 2020, ເວລາ 16:30ໂມງ ຕົນເອງໄດ້ເອົາຂີ້ເຫຍື້ອໄປຖີ້ມຢູ່ບໍລິເວນທີ່ພົບເຫັນຊາຍຄົນດັ່ງກ່າວ ແລະ ສັງເກດເຫັນຄົນແຂນຄໍຕາຍຢູ່ຕົ້ນໄມ້ໃນປ່ານອກສວນອາຫານ. ດັ່ງນັ້ນ, ຈຶ່ງໄດ້ບອກໝູ່ ແລະ ແຈ້ງອໍານາດການປົກຄອງບ້ານ; ພ້ອມທັງ ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງມາກວດກາຈື່ງໄດ້ຮູ້ວ່າ ຄົນທີ່ແຂນຄໍຕາຍ ແລະ ຄົນທີ່ພົບເຫັນໃນວັນທີ 21 ມິຖຸນາ 2020 ນັ້ນແມ່ນຄົນດຽວກັນ.
ຂໍ້ມູນ: ປກສ ນະຄອນຫລວງວຽງຈັນ