ລາຍງານຈາກກູ້ໄພ ໄຊຍະບູລີ ໃຫ້ຮູ້ວ່າ ໃນວັນທີ 30/ 06/ 2020 ເວລາ ປະມານ 20:57 ນາທີ ທາງໜ່ວຍກູ້ໄພແຂວງໄຊຍະບູລີ ໄດ້ຮັບແຈ້ງເຫດຈາກ: ປະຊາຊົນ ວ່າມີອຸບັດຕິເຫດລົດໃຫ່ຍຕຳລົດຈັກ

ຈຸດເກີດເຫດ: ເຂດຫຼັກ 9, ເມືອງໄຊຍະບູລີ ແຂວງໄຊຍະບູລີ. ໜ່ວຍກູ້ໄພແຂວງໄຊຍະບູລີອອກກວດສອບ
ໄປເຖິງສະຖານທີ່ເກີດເຫດໄດ້ພົບເຫັນຄົນເຈັບ 1 ຄົນ ເປັນເພດຊາຍອາການໃນເບື້ອງຕົ້ນແມ່ນ ຂາຫັກທັງ 2 ເບື້ອງ, ຫົວແຕກເສຍເລືອດຫຼາຍ ແລະ ບາດແຜຖະຫຼອກ.

ດັ່ງນັ້ນທາງໜ່ວຍກູ້ໄພແຂວງໄຊຍະບູລີຈື່ງໄດ້ທຳການປະຖົມພະຍາບານຂັ້ນເບື້ອງຕົ້ນ ແລະ ເຄື່ອນຍ້າຍຜູ້ບາດເຈັບໄປໂຮງໝໍແຂວງໄຊຍະບູລີ ແລະ ເສຍຊິວິດໃນເວລາຕໍ່ມາ.

ສ່ວນສາເຫດຂອງການເກີດອຸບັດຕິເຫດຄັ້ງນີ້ ເຈົ້າໜ້າທີ່ຈະສືບສວນຕາມຊັ້ນຕອນກົດໝາຍຕໍ່ໄປ.

ເສຍໃຈກັບຄອບຄົວຜູ່ເສຍຊີວິດ.


ອຸບັດຕິເຫດ, ເຈັບ,ປ່ວຍສຸກເສີນ ໂທ: 02077577331, 0305013955
ສາຍດ່ວນ: 1624 , 1625
ບໍລິການຟຮີຕະຫຼອດ 24 ຊົ່ວໂມງ

Leave a Reply

Your email address will not be published. Required fields are marked *