ຄໍາມ່ວນ: ວັນທີ 15 ກໍລະກົດ 2020 ທີ່ບ້ານດອນຈະເລີນ (ຄຸ້ມທ່າລັ່ງ) ກໍ່ຄືທີ່ອ່າງເກັບນໍ້າຂອງເຂື່ອນໄຟຟ້ານໍ້າເທີນ 2 ເມືອງນາກາຍ ແຂວງຄຳມ່ວນ ໄດ້ມີພິທີປ່ອຍປາຄືນສູ່ທຳມະຊາດ ເນື່ອງໃນ ວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ

ໂດຍເປັນກຽດເຂົ້າຮ່ວມມີທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງຄຳມ່ວນ, ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້, ມີບັນດາທ່ານໃນຄະນະນຳເມືອງນາກາຍ, ກອງຄຸ້ມຄອງອຸທິຍານ ແຫ່ງຊາດ ນາກາຍ-ນໍ້າເທີນ, ຜູ້ຕາງໜ້າຈາກບໍລິສັດໄຟຟ້ານ້ຳເທີນ 2 ຕະຫຼອດເຖິງຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ພໍ່ແມ່ປະຊາຊົນໃນເຂດດັ່ງກ່າວເຂົ້າຮ່ວມ.

ທ່ານ ນາງ ບົວກາ ແກ້ວມະນີ ເຈົ້າເມືອງນາກາຍ ໄດ້ລາຍງານກ່ຽວກັບປະຫວັດຄວາມເປັນມາຂອງວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ເຊິ່ງໄດ້ຍົກໃຫ້ເຫັນເຖິງຄວາມໝາຍ, ຄວາມສຳຄັນຂອງວັນດັ່ງກ່າວ, ໂອກາດດຽວກັນທ່ານ ບຸນມີ ພິມມະສອນ ຍັງໄດ້ມີຄຳເຫັນຕໍ່ພິທີ ເຊິ່ງທ່ານໄດ້ກ່າວວ່າ: ແຂວງຄຳມ່ວນ ແມ່ນແຂວງໜຶ່ງທີ່ອຸດົມສົມບູນ ດ້ວຍຊັບພະຍາກອນອັນລໍ້າຄ່າເຊັ່ນ: ພູຜາ-ປ່າໄມ້, ສັດນໍ້າ ແລະ ສັດປ່າຫຼາຍຊະນິດ ໃນພື້ນທີ່ປ່າດົງ ແລະ ແມ່ນໍ້າລຳເຊ ໄປຄຽງຄູ່ກັບປະຊາຊົນທີ່ດຳລົງຊີວິດອາໃສທຳມະຊາດ ມາແຕ່ດົນນານ,

ແຕ່ຕົກມາ ຮອດປະຈຸບັນເຫັນວ່າ ຊັບພະຍາ ກອນດັ່ງກ່າວ ກຳລັງຫຼຸດໜ້ອຍຖອຍລົງໃນທຸກໆປີ ຍ້ອນການປ່ຽນແປງຂອງທຳມະຊາດ ແລະ ດິນຟ້າອາກາດ ກໍ່ຄືການ ເພີ້ມຂຶ້ນຂອງພົນລະເມືອງ ຕິດພັນກັບວິທີການຫາກິນທີ່ມີເຄື່ອງມືທັນສະໄໝ.

ພັກ ແລະ ລັດຖະບານ ໄດ້ມີວິໃສທັດ ແລະ ແຜນຍຸດທະສາດ ໂດຍຖືເອົາການປົກປັກຮັກສາຊັບພະຍາກອນ ທຳມະຊາດ ແລະ ແຫຼ່ງນໍ້າເປັນສິ່ງສຳຄັນ ເພື່ອໃຫ້ມີຄວາມຍືນຍົງ, ສ້າງເປັນບ່ອນອາໃສ ແລະ ຂະຫຍາຍພັນຂອງສັດນໍ້າ-ສັດປ່າ ແລະ ໄດ້ກຳນົດເອົາວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາແຫ່ງຊາດ ເພື່ອຄວາມອຸດົມສົມບູນ ຂອງທຳມະຊາດ ແລະ ພູມອາກາດທີ່ເປັນໄປຕາມລະດູການ ພ້ອມທັງເປັນການປູກຈິດສຳນຶກໃຫ້ປະຊາຊົນບັນດາເຜົ່າ ຮູ້ຈັກການຊົມໃຊ້ຊັບພະຍາກອນທຳມະຊາດ ບໍ່ໃຫ້ບົກແຫ້ງ ແລະ ດັບສູນ.

ເພາະສະນັ້ນ ທຸກພາກສ່ວນຈະຕ້ອງ ຊ່ວຍກັນອະນຸລັກປົກປັກຮັກສາ ແລະ ຕ້ອງມີການຂະຫຍາຍພັນສັດນໍ້າ-ສັດປ່າ ເພື່ອໃຫ້ຄົງຢູ່ກັນລູກຫຼານຂອງເຮົາ ຕະຫຼອດໄປ.
ໂອກາດດຽວກັນ ແຂກທີ່ເຂົ້າຮ່ວມທຸກພາກສ່ວນກໍ່ໄດ້ຮ່ວມປ່ອຍປາ ຈຳນວນ 65.000 ໂຕ ເຊິ່ງປະກອບມີປາ 2 ຊະນິດຄື: ປາປາກ ແລະ ປາມະນີການ. ນອກນີ້ຍັງໄດ້ຮ່ວມທຳລາຍປືນລ່າເນື້ອ ແລະ ອຸປະກອນ ຫາປາອີກຈຳນວນໜຶ່ງ.