ໃນວັນທີ 13 ກໍລະກົດ 2020 ການນຳຂອງແຂວງຄຳມ່ວນ ເຊິ່ງນຳໂດຍທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍບັນດາທ່ານການນຳຂັ້ນຕ່າງໆ, ບັນດາຊາວໜຸ່ມ-ເຍົາວະຊົນ ເຊິ່ງເປັນຕົວແທນໃຫ້ແກ່ປວງຊົນຊາວແຂວງຄຳມ່ວນ ໄດ້ຮ່ວມວາງກະຕ່າດອກໄມ້ ເນື່ອງໃນໂອກາດວັນຄ້າຍວັນເກີດຂອງທ່ານປະທານ ສຸພານຸວົງ ຄົບຮອບ 111 ປີ (13 ກໍລະກົດ 1909-13 ກໍລະກົດ 2020) ຢູ່ຕໍ່ໜ້າຮູບແກະສະຫຼັກ ອະນຸສາວະລີ 21 ມີນາ ປະທານ ສຸພານຸວົງ

ເພື່ອສະແດງເຖິງຄວາມຈົງຮັກພັກດີ, ລະນຶກເຖິງບຸນຄຸນ, ຄຸນງາມຄວາມດີອັນປະເສີດ ທີ່ເປັນແບບຢ່າງອັນດີງາມຂອງທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວບັນດາເຜົ່າ, ປະທານ ສຸພານຸວົງ ເປັນຜູ້ນຳທີ່ດີເດັ່ນ, ເປັນວິລະບູລຸດຂອງຊາດລາວອີກຜູ້ໜຶ່ງ ທີ່ໄດ້ນຳພາປວງຊົນລາວບັນດາເຜົ່າ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ແລະ ທັງເປັນຜູ້ນຳທີ່ບັນຊາການໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ ເຊິ່ງໄດ້ຈາລຶກໄວ້ໃນວັນທີ 21 ມີນາ 1946.

ຕໍ່ກັບບຸນຄຸນ ແລະ ຄຸນງາມຄວາມດີຂອງ ປະທານ ສຸພານຸວົງ ທີ່ໄດ້ກ່າວມານັ້ນ ການນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ, ປະຊາຊົນລາວບັນດາເຜົ່າ ກໍ່ຄືນັກຮຽນ, ນັກສຶກສາ ຈົ່ງໄດ້ນຳເອົາບົດຮຽນອັນປະເສີດ ທີ່ເຕັມໄປດ້ວຍຄຸນສົມບັດ, ສິນທຳປະຕິວັດອັນຜ່ອງໃສ, ແບບແຜນການດຳລົງຊີວິດອັນດີງາມ ແລະ ຄຳສັ່ງສອນ 6 ຮັກ 3 ຊັງ ຂອງທ່ານປະທານ ມາໝູນໃຊ້ເຂົ້າໃນຊີວິດຕົວຈິງ ພ້ອມທັງສຶກສາອົບຮົມເຍົາວະຊົນ-ອານຸຊົນ ໃຫ້ກາຍເປັນຜູ້ສືບທອດພາລະກິດຂອງພັກ ໃນອະນາຄົດ.

.

.

.
