ຂໍ້ມູນຈາກ ThaiVISA ໃຫ້ຮູ້ວ່າ ເຖິງແມ່ນວ່າ ດ່ານທຸກດ່ານ ຢູ່ປະເທດໄທ ຍັງຄົງປິດ ບໍ່ໃຫ້ກຸ່ມນັກທ່ອງທ່ຽວຕ່າງຊາດ ເຂົ້າມາປະເທດ,

ແຕ່ກຸ່ມຄົນ ຈາກຕ່າງປະເທດ (ລວມທັງ ສປປ ລາວ) ບາງກຸ່ມ ແມ່ນຈະໄດ້ຮັບອະນຸຍາດ ຈາກລັດຖະບານໄທ ໃຫ້ສາມາດເດີນທາງເຂົ້າ ປະເທດໄທໄດ້ ໂດຍປະກອບມີ 5 ກຸ່ມຄົນ ຕໍ່ໄປນີ້:
1) ກຸ່ມຄົນ ທີ່ມີໃບຢັ້ງຢືນທີ່ຢູ່ ຢູ່ປະເທດໄທ ທີ່ຖືກຕ້ອງຕາມກົດໝາຍ
2) ຄູ່ສາມີພັນລະຍາ, ພໍ່ແມ່ ຫຼື ລູກ ທີ່ມີສັນຊາດໄທ
3) ຜູ້ທີ່ໃບອະນຸຍາດເຮັດວຽກ ຢູ່ປະເທດໄທ
4) ນັກຮຽນ ທີ່ຮຽນຢູ່ສະຖາບັນ ການຮຽນ ໃນປະເທດໄທ
5) ບຸກຄົນທີ່ມີຄວາມຕ້ອງການ ໄປຮັກສາປິ່ນປົວ ຢູ່ປະເທດໄທ
ທຸກຄົນ ທີ່ກ່າວມາຂ້າງເທິງ ຈໍາເປັນຕ້ອງມີ
1) ໃບຢັ້ງຢືນ ປະກັນໄພສຸຂະພາບ ທີ່ລວມເອົາປະກັນໄພ ໂຄວິດ-19 ຢູ່ນໍາ
2) ໃບຢັ້ງຢືນ ຄວາມພ້ອມໃນການບິນມາໄທ
3) ການກັກໂຕ 14 ວັນ ເມື່ອມາເຖິງ ປະເທດໄທ
ເຖິງຢ່າງໃດກໍ່ດີ ຫາກທ່ານມີຈຸດປະສົງເດີນທາງໄປ ໄທ ແມ່ນສາມາດພົວພັນ ສະຖານທູດໄທ ປະຈໍາ ສປປລາວ ເພື່ອອັບເດດ ຂໍ້ມູນແຕ່ລະໄລຍະ

ແຫລ່ງທີ່ມາ: ThaiVISA