ເຄື່ອນແລ້ວ! ຂະບວນແຫ່ ພຣະເຈົ້າໄຊຍະເຊດຖາທິຣາດ ໄປປະດິດສະຖານ ຢູ່ແຂວງ ອັດຕະປື ໃນເວລາ 7:30 ຂອງວັນທີ 27 ກໍລະກົດ 2020, ໄດ້ມີການເຄື່ອນຍ້າຍຂະບວນແຫ່ ພຮະເຈົ້າໄຊຍະເຊດຖາທິຣາດ ມະຫາຣາດ ພ້ອມຊ້າງ ແລະ ພຣະພຸດທະຮູບ ອອກຈາກວັດພຣະທາດຫລວງ ນະຄອນຫລວງວຽງຈັນ ເພື່ອໄປປະດິດສະຖານ ຢູ່ແຂວງ ອັດຕະປື, ໂດຍໄດ້ແວ່ພັກຄ້າງຄືນ ເພືອເຮັດພິທີທາງສາສະຫນາ ຮັບບໍລິຈາກ ຈາກມວນຊົນຊາວແຂວງ ບໍລິຄຳໄຊ, ຫຼັງຈາກນັ້ນ ວັນທີ 28 ສະເຫຼີມສະຫຼອງຢູ່ແຂວງ ຄຳມ່ວນ, ວັນທີ 29 ສະເຫຼີມສະຫຼອງຢູ່ແຂວງ ສະຫວັນນະເຂດ, ວັນທີ 30 ສະເຫຼີມສະຫຼອງຢູ່ແຂວງ ຈຳປາສັກ ແລະ ວັນທີ 31 ກໍລະກົດ ຈະສະເຫຼີມສະຫຼອງຢູ່ແຂວງ ອັດຕະປື ແລະ ຈະຍົກຂຶ້ນແທ່ນປະດິດສະຖານພ້ອມທັງບຳເພັນກຸສົນ ຖວາຍສັງຄະທານ ໃນວັນທີ 1 ສິງຫາ 2020 ນີ້, ສ່ວນງານບຸນສົມໂພດພຣະບໍຣົມມະຮູບຊົງຊ້າງຂອງສົມເດັດພຣະໄຊຍະເຊດຖາທິຣາດ ພຣະວິຣະມະຫາຣາດທາງຄະນະກຳມະການຈັດງານຈະແຈ້ງໃຫ້ຊາບຕາມພາຍຫຼັງ.

ໂຄງການກໍ່ສ້າງອະນຸສາວະລີ ສົມເດັດພຣະໄຊຍະເຊດຖາ ທັມມິກະຣາດເຈົ້າ ສ້າງຂຶ້ນເພື່ອຈາລຶກຄຸນງາມຄວາມດີເຊີດຊູກຽດສັກສີຂອງ ວີຣະມະຫາກະສັດຕາທິຣາດເຈົ້າ ອານາຈັກລາວລ້ານຊ້າງ ຜູ້ຊົງສະຫຼຽວສະຫຼາດ ອົງອາດກ້າຫານ ຊົງມີພຣະປີຊາສາມາດ ສະຫຼາດໃນການພິໄຊສົງຄາມ ຊົງເປັນພຸດທະສາສະນິກະຊົນອັນເລີດ ຊົງເປັນ ພຣະມະຫາຣາດເຈົ້າຜູ້ຊົງທັມ ຊົງເປັນແບບຢ່າງອັນດີງາມ ໃນການສ້າງສາພັດທະນາບ້ານເມືອງ ສີລະປະວັດທະນະທັມ ຮີດຄອງປະເພນີຂອງຊາດ ເປັນພຣະມະຫາກະ ສັດຕາທິຣາດເຈົ້າ ສະເໝີດັ່ງແວ່ນແຍງອັນໃສແຈ້ງແກ່ອານາປະຊາຣາດ ຕັ້ງແຕ່ບັນພະການສືບມາ ຈົນເຖິງລູກຫຼານ ໄດ້ສືບທອດກັນມາຫຼາຍເຊັ່ນຄົນ ຈວບຈົນທຸກວັນນີ້ ແລະ ຊົ່ວກາລະນານ.

ໂຄງການນີ້ ແມ່ນອົງການປົກຄອງແຂວງອັດຕະປື ເຊິ່ງມີທ່ານຈູມມາລີ ໄຊຍະສອນ ອະດີດປະທານປະເທດ ພ້ອມດ້ວຍພັນລະຍາ ເປັນປະທານທີ່ປຶກສາ ກິຕິມະສັກເປັນຜູ້ຊີ້ນໍາ – ນໍາພາ ໃນການກໍ່ສ້າງ, ບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ຈໍາກັດ ເປັນຜູ້ຮັບຜິດຊອບວຽກງານອອກແບບ, ເທທອງຫຼໍ່ ແລະ ການກໍ່ສ້າງທັງໝົດ. ຮູບຫຼໍ່ເໝືອນ ສົມເດັດພຣະໄຊຍະເຊດຖາທິຣາດມະຫາຣາດເຈົ້າ ຊົງປະທັບຊ້າງປະທານພອນ ໄດ້ຮັບການຫຼໍ່ດ້ວຍທອງເຫຼືອງ ເນື້ອບໍຣິສຸດ ນໍ້າໜັກລວມ 18 ໂຕນ, ມູນຄ່າປະມານ 39 ຕື້ກີບ ສ່ວນທຶນຮອນໃນການກໍ່ສ້າງໄດ້ມາຈາກການປະກອບສ່ວນສົມທົບທຶນຂອງທົ່ວປວງຊົນເຊື້ອຊາດລາວ ທັງພາຍໃນ ແລະ ຕ່າງປະ ເທດ ແລະ ການອຸປະຖໍາຫຼັກຂອງໂຄງການບໍ່ຄໍາວັງຕັດ ເມືອງ ຊານໄຊ ແຂວງ ອັດຕະປື.

ຮູບພາບ: ຂປລ
ຂໍ້ມູນ: ພຣະຍອດຄໍາ ພັດທະຣະເກສີ ( ປອ ດຳລົງ ພິມມະຈັກ )

Leave a Reply

Your email address will not be published. Required fields are marked *