ນີ້ຄືສາເຫດທີ່ບອກວ່າໄປໃສຕ້ອງໃຫ້ມີໝູ່ມີຄູ່ ພໍໄດ້ຊ່ວຍກັນຖ້າເກີດເຫດສຸດວິໄສຂຶ້ນ ແຕ່ການອາໄສຄົນອື່ນນັ້ນກໍ່ບໍ່ສະເໝີໄປບາງຄັ້ງກໍ່ຈຳເປັນໄດ້ດັ້ນດົ້ນໄປຄົນດຽວ ເມື່ອເກີດເລື່ອງກໍຈົນເໜົ່າເປື່ອຍຍັງບໍ່ມີໃຜຮູ້ ດັ່ງເຫດການນີ້ທີ່ຫຼວງພະບາງ ຊາຍນິລະນາມຕົກລົງໃນຖັງເຜົາຢາງພາລາຈົນໄໝ້ເປັນເຖົ່າຖ່ານຈິ່ງເຫັນບໍ່ຮູ້ວ່າເປັນຍາດໃຜມາແຕ່ໃສດ້ວຍຊ້ຳໄປ.

ຕາມລາຍງານຈາກໜ່ວຍກູ້ໄພ ແຂວງຫລວງພະບາງໃນວັນທີ 20 ກໍລະກົດ 2020 ເວລາ 11:54ນາທີ ໄດ້ຮັບແຈ້ງເຂົ້າເບີ 0711625 ວ່າມີຄົນເສຍຊີວິດຢູ່ທີ່ບ້ານ ສາມັກຄີໄຊ ເມືອງຊຽງເງິນ ເມື່ອທີມງານຫນ່ວຍກູ້ຊີບອົງການກາແດງລາວ ໄດ້ອອກກວດສອບເຫດພົບຄົນເສຍຊີວິດເພດຊາຍ1ຄົນ ຕົກຢູ່ໃນຖັງຕົ້ມຢາງພາລາ (ຢາງຫມາກຕອຍ)ຈາກສະພາບສົບຄາດວ່າຜູ້ກ່ຽວອາດຈະເສຍຊີວິດໄດ້2-3ວັນ.

ສຳລັບຕອນນີ້ແມ່ນຍັງບໍ່ມີໃຜຮັບຮູ້ຂໍ້ມູນສ່ວນຕົວຂອງຜູ້ກ່ຽວວ່າເປັນຄົນບ້ານ,ເມືອງ, ຫລືແຂວງໃດ ເພາະບໍ່ພົບເຫັນຫລັກຖານຫລືເອກະສານໃດກ່ຽວກັບຜູ້ເສຍຊີວິດ ສ່ວນຮ່າງກາຍແມ່ນເປື່ອຍແລະເຫລືອແຕ່ບາງພາກສ່ວນເທົ່ານັ້ນ ສ່ວນສາເຫດຂອງການເສຍຊີວິດແມ່ນຢູ່ໃນການສອບສວນຂອງເຈົ້າຫນ້າທີ່ຕຳຫລວດ.

ດັ່ງນັ້ນທາງທີມງານຫນ່ວຍກູ້ຊີບອົງການກາແດງລາວຈື່ງໄດ້ທຳການຫໍ່ສົບແລ້ວນຳສົ່ງໄປໂຮງເຢັນໂຮງໝໍແຂວງຫລວງພະບາງ. ຂໍສະແດງຄວາມເສຍໃຈກັບເຫດການຄັ້ງນີ້ດ້ວຍ.
