ໃນວັນທີ 14 ພຶດສະພາ 2020 ນີ້, ມາກ ຊັກເກີເບີກ ເຈົ້າພໍ່ ເຟສບຸກ ໄດ້ປະກາດ ຜ່ານເພຈທາງການ ກັບເຄື່ອງມືໃໝ່ Messenger Room ທີ່ຈະເພີ່ມ ສະມັດຕະພາບ ຂອງການປະຊຸມສາຍ ແບບ ສຽງ ແລະ ວິດີໂອ ໃຫ້ໄດ້ ຫຼາຍໆຄົນພ້ອມກັນ. ເຊິ່ງແນ່ນອນ ການເປີດຕົວຄັ້ງນີ້ ກໍ່ຄົງເຮັດໃຫ້ ແອັບ Zoom ທີ່ກໍາລັງ ຮິດໃນຕອນນີ້ ອາດຈະສັ່ນໆໜາວໆ ເມື່ອເຟສບຸກ ທີ່ມີຜູ່ໃຊ້ ສອງຕື້ກວ່າບັນຊີ ເປີດ ການນໍາໃຊ້ Messenger Room ຄົງຈະເຮັດໃຫ້ ສາວົກ ຄົນໃຊ້ເຟສບຸກ ມີຄວາມສະດວກ ຂຶ້ນໃນການພົວພັນ ເລື່ອງສ່ວນຕົວ ແລະ ລວມໄປເຖິງ ການປະຊຸມທາງການຕ່າງໆ ທີ່ຈະເຮັດໃຫ້ການສື່ສານ ງ່າຍຂຶ້ນໄປອີກລະດັບ

ການປະກາດຂອງ ຊີອີໂອ ເຟສບຸກ ໃນວັນທີ 14 ພຶດສະພາ ແມ່ນບອກວ່າ ຜູ່ໃຊ້ເຟສບຸກ ທີ່ອາເມລິກາ ແລະ ການນາດາ ແມ່ນສາມາດໃຊ້ໄດ້ແລ້ວ. ສ່ວນປະເທດອື່ນໆ ໃນທົ່ວໂລກ ແມ່ນໃຫ້ຖ້າໃຊ້ ອາທິດໜ້າເດີ.
ຖືເປັນອີກ ການນໍາສະເໜີ ເຄື່ອງມືສື່ສານ ໂຊໂຊມີເດຍ ຂອງຍັກໃຫຍ່ເຟສບຸກ ທີ່ຈະເຮັດໃຫ້ ທຸກຄົນ ທີ່ລຶ້ງໃຊ້ Messenger ຢູ່ແລ້ວ ມີຄວາມສາມາດ ໃຊ້ໃນຫຼາຍວຽກງານ, ບໍ່ວ່າການລົມປະຊຸມສາຍສ່ວນຕົວ ແລະ ກັບຄົນຫຼາຍໆຄົນ.
ພິເສດ, ທາງ ມາກ ຍັງກ່າວວ່າ, ໃນບໍ່ດົນ ລະບົບນີ້ ຈະເຊື່ອມໂຍງຄົນໃຊ້ Instagam, Messenger, WhatsApp ແລະ FacebookD

ຄລິບຕົວຢ່າງ ຂອງ Facebook Messenger Room