ສຸຂະພາບ: ນອກຈາກບັນຫາ ໄວຣັສ ໂຄວິດ-19 ທີ່ລະບາດ ທົ່ວໂລກ ໃນຕອນນີ້, ອີກພະຍາດ ທີ່ມາໃນລະດູຮ້ອນ ຕໍ່ໃສ່ ລະດູຝົນ ແມ່ນ ພະຍາດ ໄຂ້ຍຸງລາຍ, ຈາກຂໍ້ມູນຂອງກະຊວງສາທາລະນະສຸກໃຫ້ຮູ້ວ່າ ນັບ​ແຕ່​ທ້າຍ​ເດືອນ​ທັນ­ວາ 2019 ເຖິງ​ປັດ­ຈຸ­ບັນ ຈຳ­ນວນ​ຄົນ​ເຈັບ​ສະ​ສົມ​ໄຂ້­ຍຸງ​ລາຍ (ໄຂ້­ເລືອດ­ອອກ) ແມ່ນ​ນັບ​ມື້​ເພີ່ມ​ຂຶ້ນ

ອີງຕາມຂໍ້​ມູນ​ຂອງ​ສູນ​ຂ່າວ­ສານ​ການ​ແພດ​ສຸ​ຂະ​ສຶກ​ສາ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ແຈ້ງ​ໃຫ້​ຮູ້​ວັນ​ທີ 12 ພຶດ­ສະ­ພາ 2020 ວ່າ: ກໍລະນີສະສົມທັງໝົດແຕ່ວັນທີ 28/12/2019-12/05/2020 ມີ 1,081 ກໍລະນີ ແລະ ເສຍຊີວິດ 02 ກໍລະນີ. ໃນ​ນີ້​, ນະ­ຄອນ­ຫຼວງ​ວຽງ​ຈັນ ພົບ​ຜູ້​ຕິດ­ເຊື້ອ​ໄຂ້­ຍຸງ​ລາຍ 316 ກໍ­ລະ­ນີ ເສຍ​ຊີ­ວິດ 1 ຄົນ; ແຂວງ​ອັດ​ຕະ​ປື 165 ກໍ­ລະ­ນີ; ວຽງ​ຈັນ 132 ກໍ­ລະ­ນີ; ຄຳ​ມ່ວນ 82 ກໍ­ລະ­ນີ; ບໍ​ລິ​ຄຳ​ໄຊ 78 ກໍ­ລະ­ນີ; ສາ­ລະ​ວັນ 74 ກໍ­ລະ­ນີ; ສະ­ຫວັນ​ນະ​ເຂດ 59 ກໍ­ລະ­ນີ; ໄຊ​ຍະ​ບູ​ລີ 57 ກໍ­ລະ­ນີ ເສຍຊີວິດ 1 ຄົນ; ເຊ​ກອງ 42 ກໍ­ລະ­ນີ; ຫຼວງ​ນໍ້າ​ທາ 29 ກໍ­ລະ­ນີ; ອຸ­ດົມ​ໄຊ 22 ກໍ­ລະ­ນີ; ຈຳ­ປາ​ສັກ ແລະ ໄຊ​ສົມ­ບູນ ແຂວງ​ລະ 7 ກໍ­ລະ­ນີ, ຜົ້ງ​ສາ­ລີ 5 ກໍ­ລະ­ນີ ແລະ ຫຼວງ​ພະ​ບາງ 6 ກໍ­ລະ­ນີ; ສ່ວນ​ແຂວງ​ຊຽງ​ຂວາງ ບໍ່​ແກ້ວ ແລະ ຫົວ­ພັນ ບໍ່​ມີ​ກໍ­ລະ­ນີ​ຜູ້​ຕິດ­ເຊື້ອ​ໄຂ້­ຍຸງ​ລາຍ.

ກໍລະນີເສຍຊິວີດເພດຊາຍ, ອາຍຸ 34 ປີ, ຢູ່ບ້ານ ນາບວມ, ເມືອງພຽງ, ແຂວງໄຊຍະບູລີ (ສຳລັບກໍລະນີດັ່ງກ່າວແມ່ນເສຍຊິວີດແຕ່ວັນທີ 07/05/2020)

ໃນ​ໄລ­ຍະ​ກ້າວ​ເຂົ້າ​ສູ່​ລະ­ດູ­ຝົນ ຍິ່ງ​ມີ​ຄວາມ​ສ່ຽງ​ໃນ​ການ​ແຜ່​ລະ­ບາດ​ຂອງ​ໄຂ້­ຍຸງ​ລາຍ​ສູງ​ຂຶ້ນ ເພື່ອ​ສະ­ກັດ​ກັ້ນ​ພະ­ຍາດ​ດັ່ງ­ກ່າວ ແລະ ຫຼຸດ­ຜ່ອນ​ຈຳ­ນວນ​ຄົນ​ເຈັບ​ທີ່​ຈະ​ເກີດ​ຂຶ້ນ​ໃໝ່ ທຸກ​ຄົນ​ຄວນ​ຫັນ​ມາ​ເອົາ­ໃຈ­ໃສ່​ປ້ອງ​ກັນ ແລະ ສະ­ກັດ​ກັ້ນ​ແຕ່​ຫົວ­ທີ ໂດຍ​ການ​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ຕາມ​ຫຼັກ­ການ 5 ປ ທີ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸ​ກວາງ​ອອກ​ຢ່າງ​ເຂັ້ມ​ງວດ.

ເມື່ອເປັນໄຂ້ຍຸງລາຍນີ້ແລ້ວ ຈະມີອາການສະແດງອອກພາຍຫລັງຍຸງກັດ 4-10 ມື້ ແລະ ມີອາການ 2-7 ມື້. ໃນໄລຍະເປັນພະຍາດ,ຄົນເຈັບຈະມີອາການໄຂ້ສູງ 40 ອົງສາ ແລະ ຢ່າງໜ້ອຍມີ 2 ອາການຮ່ວມນໍາຄືເຈັບຫົວ,ເຈັບເບົ້າຕາ,ປວດຮາກ, ຮາກ,ອ່ອນເພຍ,ເຈັບຂໍ່ ປວດກ້າມຊີ້ນ, ກະດັນໃຫຍ່ ແລະ ມີຜື່ນຕາມໂຕ.

ຖ້າທ່ານສົງໄສວ່າເປັນພະຍາດໄຂ້ຍຸງລາຍ,ທ່ານຄວນຈະໄປພົບແພດທັນທີໂດຍໃນການບົ່ງມະຕິພະຍາດໄຂ້ຍຸງລາຍນັ້ນ,ທ່ານໝໍຈະປະເມີນອາຫານ ແລະ ອາຫານສະແດງຂອງທ່ານ,ກວດເລືອດ ເພື່ອຊອກຫາເຊື້ອຈຸລະໂລກ,ທົບທວນຢາທີ່ທ່ານກິນ ແລະ ປະຫວັດການເດີນທາງ.ຈາກນັ້ນກໍໃຫ້ຢາປິ່ນປົວອາການໄຂ້ ເຈັບຫົວ ເຈັບຂໍ່ ແລະ ປວດກ້າມຊີ້ນ.

ສຳລັບການປິ່ນປົວສະເພາະພະຍາດໄຂ້ຍຸງລາຍບໍ່ມີ,ມີພຽງແຕ່ຄວບຄຸມອາການໄຂ້ເທົ່ານັ້ນ. ຄົນເຈັບຕ້ອງພັກຜ່ອນ ແລະ ນອນໃນມຸ້ງທັງກາງຄືນ ແລະ ກາງເວັນເພື່ອປ້ອງກັນສະມາຊິກໃນຄອບຄົວຈາກການຕິດເຊື້ອພະຍາດໄຂ້ຍຸງລາຍ. ສິ່ງສຳຄັນຕ້ອງດື່ມນໍ້າໃຫ້ພຽງພໍ ເຊັ່ນນໍ້າດື່ມ,ນໍ້າໝາກໄມ້,ນໍ້າໝາກພ້າວ,ນໍ້າແກງ ແລະ ອື່ນໆ.

ບໍ່ຄວນກິນຢາແອັດສະປາຣິນ ຫລື ອີບູໂປຣແຟນ ເພາະມັນຈະເຮັດໃຫ້ມີເລືອດອອກ. ຫລີກເວັ້ນອາຫານ ຫລື ເຄື່ອງດຶ່ມທີ່ເປັນສີແດງ ແລະ ດຳ ເພາະມັນຈະເຮັດໃຫ້ອາຈົມ ແລະ ຍ່ຽວມີສີເຂັ້ມ (ອາການຂາດນໍ້າ). ຄົນເຈັບຖ້າຫາກບໍ່ໄດ້ຮັບການປິ່ນປົວຖືກວິທີຈະມີອາການຮຸນແຮງສາມາດເສຍຊີວິດໄດ້ຖ້າຫາກບໍ່ໄດ້ຮັບການປິ່ນປົວທັນເວລາ

5 ປ – ປ້ອງກັນໄຂ້ຍຸງລາຍ

  • ປິດ​ຝາ​ພາຊະນະ​ທີ່​ເກັບ​ນ້ຳ​ໃນເຮືອນ ແລະ ນອກ​ເຮືອນ ເພື່ອ​ບໍ່ໃຫ້​ຍຸງ​ມາ​ໄຂ່​ໃສ່
  • ປ່ຽນ​ນ້ຳ​ໃນ​ພາຊະນະ ເຊັ່ນ: ເຕົ້າ​ດອກ​ໄມ້ ນ້ຳຮອງ​ຕີນ​ຕູ້ ຖ້ານ​ຮອງ​ຈອກ​ນ້ຳ
  • ປ່ອຍ​ປາ​ຫາງ​ນົກ​ຍຸງເພື່ອ​ກິນໜອນ​ນ້ຳ
  • ປັບປຸງ​ການ​ອະນາໄມ ສິ່ງແວດລ້ອມ​ອ້ອມ​ເຮືອນ​ບໍ່​ໃຫ້​ມີກະໂປະກະ​ປ໋ອງ ຢາງ​ຕີນລົດ​ເກົ່າທີ່​ມີ​ນ້ຳ​ຂັງ
  • ປະຕິບັດ​ໃຫ້​ເປັນ​ນິໄສປະຈຳ​ທຸກໆ​ອາທິດ

ຖ້າ​ເປັນໄຂ້ໃຫ້​ໄປ​ພົບ​ແພດ​ໝໍ​ດ່ວນ ຖ້າ​ຫາກທຸກ​ຄົນ​ປະຕິບັດ​ໄດ້​ຕາມ 5 ປ ຢ່າງເຂັ້ມ​ງວດ​ກໍ່​ຈະ​ສາມາດ​ຫຼຸດຜ່ອນ ແລະ ປ້ອງ​ກັນ​ການ​ເຈັບເປັນຈາກ​ພະຍາດ​ດັ່ງກ່າວ​ນີ້​ໄດ້.

Leave a Reply

Your email address will not be published. Required fields are marked *